ມອບ-ຮັບ ໂຮງຮຽນລ້ຽງເດັກອະນຸບານ ແລະສະໂມສອນສຶກສາເມືອງໄຊພູທອງ

   ພິທີມອບ-ຮັບອາຄານ 2 ຫຼັງຄື: ໂຄງການກໍ່ສ້າງໂຮງຮຽນ ລ້ຽງເດັກ-ອະນຸບານເມືອງໄຊພູ ທອງ ແລະໂຄງການກໍ່ສ້າງສະໂມ ສອນຫ້ອງການສຶກສາທິການ  ແລະ ກີລາເມືອງໄຊພູທອງ ໂດຍການ ເຂົ້າຮ່ວມຂອງທ່ານ ຄໍາວິໃສ ຜຸຍ ຍະວົງ  ເຈົ້າເມືອງໄຊພູທອງ, ທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວ ໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີບັນດາທ່ານໃນຄະນະປະຈໍາພັກເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄທ ຫົວໜ້າບໍລິສັດໄດ້ ລາຍງານຄວາມເປັນມາຂອງໂຄງ ການກໍ່ສ້າງອາຄານໄດ້ຂຶ້ນຜ່ານ ບົດລາຍງານການກໍ່ສ້າງໂຮງຮຽນ ລ້ຽງເດັກອະນຸບານເມືອງໄຊພູ ທອງ ໃຫ້ຮູ້ວ່າ: ອາຄານຮຽນດັ່ງ ກ່າວນີ້ເລີ່ມຕົ້ນມາແຕ່ວັນທີ 12 ມິຖຸນາ  ປີ 2017 ດ້ວຍທຶນງົບປະ ມານທັງໝົດ 970 ລ້ານກວ່າກີບ ໂດຍແມ່ນບໍລິສັດເທບທອງຄຳ ກໍ່ສ້າງເຄຫາສະຖານຈຳກັດເປັນຜູ້ ຮັບເໝົາກໍ່ສ້າງຂະໜາດໂຄງການ 10 X 30 ແມັດ ປະກອບດ້ວຍ ຫ້ອງລ້ຽງເດັກ-ອະນຸບານຂະໜາດ 8 X 8 ແມັດຈໍານວນ 3 ຫ້ອງ, ຫ້ອງບໍລິຫານຄູ-ອາຈານ 1 ຫ້ອງ ແລະຫ້ອງນໍ້າ 1 ຫຼັງຈຳນວນ 4 ຫ້ອງ, ປະກອບມີໜ່ວຍງານຈັດຕັ້ງ ແລະໜ່ວຍງານກວດກາຫ້ອງນໍ້າ ຈໍານວນ 5 ຫ້ອງ, ສ່ວນໂຄງການ ກໍ່ສ້າງສະໂມສອນຫ້ອງການສຶກ ສາທິການ ແລະກີລາເມືອງໄຊພູ ທອງ ໄດ້ເລີ່ມລົງມືການກໍ່ສ້າງແຕ່ ວັນທີ 16 ພຶດສະພາ ປີ 2016 ງົບປະມານໄດ້ຈາກການປະກອບ ສວ່ນຄູ-ອາຈານ ພາຍໃນເມືອງ ແລະຫ້ອງການສຶກສາທິການ-ກີລາເມືອງໃນມູນການກໍ່ສ້າງ 543 ລ້ານກວ່າກີບ ໂຄງສ້າງເສົາ-ຄານ ເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ ດ້ວຍດິນຈີ່, ໂຄງຫຼັງຄາເຫຼັກມຸງດ້ວຍສັງກະສີລີຊິ້ງ, ພື້ນປູກະໂລ, ຕິດຕັ້ງລະບົບໄຟຟ້າໃນອາຄານ.

--------------------

 ໜັງສືພິມເສດຖະກິດ-ສັງຄົມ