ໜ່ວຍພັກວິທະຍາໄລການເງິນພາກເໜືອ ຈັດກອງປະຊຸມໃຫ່ຍ

  ໃນວັນທີ 25 ຕຸລາ ຜ່ານ ມາ ທີ່ຫ້ອງປະຊຸມຂອງໂຮງຮຽນ ວິທະຍາໄລການເງິນພາກເໜືອ, ໄດ້ຈັດກອງປະຊຸມໃຫ່ຍ ຄັ້ງທີ V ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄີນຄໍາ ເລັ່ງສະຫວັດ ຄະນະພັກຮາກຖານພະແນກການເງິນ ແຂວງ, ມີເລຂາໜ່ວຍພັກ, ຮອງ ເລຂາໜ່ວຍພັກແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍ ສະມາຊິກພັກ ຄູ-ອາຈານ ແລະນັກ ຮຽນເຂົ້າຮ່ວມ.

ສະຫາຍ ສີສະຫວັນ ປັນຍາສະຫວັດ ເລຂາໜ່ວຍພັກຮອງອຳນວຍການວິທະຍາໄລການເງິນພາກເໜືອໄດ້ຂຶ້ນຜ່ານບົດລາຍງານການ ເມືອງໃນການເຄື່ອນໄຫວວຽກ ງານຮອບດ້ານຂອງໜ່ວຍພັກ  ແລະ ແຜນການຕໍ່ໜ້າວ່າ: ໜ່ວຍພັກວິ ທະຍາໄລການເງິນພາກເໜືອເປັນ ໜ່ວຍພັກໜຶ່ງທີ່ຂຶ້ນກັບການຊີ້ນຳ ໂດຍກົງຂອງຄະນະພັກຮາກຖານ ພະແນກການເງິນແຂວງຫຼວງພະບາງ, ມີພາລະບົດບາດໃນການຊີ້ ນໍາໆພາຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ ແລະເຜີຍແຜ່ບັນດາຄຳ ສັ່ງ, ລະບຽບກົດໝາຍ, ເອກະສານ ຕ່າງໆ ຂອງຂັ້ນເທິງວາງອອກສຶກ ສາອົບຮົມວຽກງານແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານມີ ຄວາມເຊື່ອມຊືມ ແລະເຊື່ອໝັ້ນການ ນຳພາຂອງພັກ, ເປັນເສນາທິການ ໃຫ້ແກ່ຄະນະພັກຮາກຖານຂະແໜງ ການເງິນ  ແລະລັດຖະມົນຕີກະຊວງ ການເງິນດ້ານວຽກງານວິຊາສະເພາະໃນການກໍ່ສ້າງຊັບພະຍາກອນມະນຸດເພື່ອຕອບສະໜອງບັນດາ ແຂວງພາກເໜືອ, ປະຈຸບັນໜ່ວຍ ພັກວິທະຍາໄລການເງິນພາກເໜືອ ມີສະມາຊິກພັກທັງໝົດ 27 ສະຫາຍ, ຍິງ 8 ສະຫາຍ, ສະມາຊິກ ພັກສົມບູນ 27 ສະຫາຍ, ອາຍຸພັກ ຕໍ່ສຸດ 0 ປີ, ສູງສຸດ 24 ປີ, ອາຍຸ ກະສຽນຕໍ່າສຸດ 33 ປີ, ສູງສຸດ 56 ປີ, ລະດັບທິດສະດີ: ຊັ້ນສູງ 4 ສະຫາຍ, ຍິງ 2 ສະຫາຍ, ຊັ້ນກາງ 14 ສະຫາຍ, ຍິງ 2 ສະຫາຍ, ລະດັບວິຊາດສະເພາະ: ປະລິຍາເອກ 1 ສະຫາຍ, ຍິງ 1 ສະຫາຍ, ປະລິ ຍາໂທ 13 ສະຫາຍ, ຍິງ 2 ສະ ຫາຍ, ປະລິນຍາຕີ 15 ສະຫາຍ, ຍິງ 5 ສະຫາຍ.

ສະໜັບສະໜຸນໂດຍ: HONDA

ໃນກອງປະຊຸມໄດ້ປ່ອນບັດເລືອກ ຕັ້ງຄະນະໜ່ວຍພັກຊຸດໃໝ່ຜົນການ ຄັດເລືອກຜ່ານກອງປະຊຸມຄັ້ງປະຖົມມະລຶກເປັນເອກະພາບເລືອກ ເອົາສະຫາຍ ແກ່ນຈັນ ບຸນເຕີມ ເປັນເລຂາໜ່ວຍພັກ, ສະຫາຍ ສີສະຫວັນ ປັນຍາສະຫວັດ ເປັນຮອງ ເລຂາໜ່ວຍພັກ, ສະຫາຍ ໄຊເສດ ຖາ ໄຊສະນິດ ເປັນຮອງເລຂາໜ່ວຍພັກເປັນປະທານກວດກາ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ໂອກາດດຽວກັນນີ້ ສະຫາຍ ຄີນຄຳ ເລັ່ງສະຫວັດ ໄດ້ມີຄຳເຫັນ ໂອ້ລົມຕໍ່ສະມາຊິກພັກຊຸດໃໝ່ ໂດຍ ໄດ້ຊົມເຊີຍຕໍ່ຜົນງານທີ່ທາງໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ,ພ້ອມເນັ້ນໜັກໃຫ້ບັນດາສະມາຊິກພັກຈົ່ງສຶບຕໍ່ຮັກສາມູນເຊື້ອ ແລະເພີ່ມທະວີຄວາມສາມັກຄີ,ບຸກບືນຕໍ່ໜ້າທີ່ວຽກງານທີ່ພັກລັດຂັ້ນເທິງ ມອບໝາຍໃຫ້ບັນລຸຕາມຄາດໝາຍ,ໂດຍສະເພາະແມ່ນສະມາຊິກພັກຊຸດໃໝ່ນີ້ຕ້ອງພ້ອມກັນຜ່ານຜ່າສູ້ຊົນສ້າງຜົນງານໃຫ້ສຳເລັດຍິ່ງຂຶ້ນ ກວ່າໄລຍະຜ່ານມາ.

-------------------

ໜັງສືພິມເສດຖະກິດ-ສັງຄົມ