ຮູບເງົາເລື່ອງໂຈ໊ກເກີສ້າງລາຍໄດ້ສູງສຸດ ທົ່ວໂລກ

  ໂຈ໊ກເດີ (Joker) ຮູບເງົາທີ່ສ້າງຂຶ້ນຈາກຕົວຮ້າຍໃນໜັງສື ກະຕູນຊູເປີຮີໂຣ່ເລື່ອງ ແບດແມນ ການເປັນຮູບເງົາເຣດ R ທີ່ສ້າງ ລາຍໄດ້ທົ່ວໂລກສູງສຸດ ຊຶ່ງວາຄີນ ຟິນິກ ຜູ້ຮັບບົດເປັນຊາຍທີ່ຕ້ອງປະເຊີນໜ້າຕໍ່ຫຼາກຫຼາຍບັນຫາຈົນເຮັດໃຫ້ລາວຕ້ອງກາຍເປັນນັກຂ້າໃນຄາບຕົວຕະລົກສ້າງ ເງິນທົ່ວໂລກເຖິງ 788 ລ້ານໂດ ລາສະຫະລັດ ລົ້ມແຊ້ມເກົ່າຄື ເດດ ພູລ ທີ່ສ້າງລາຍໄດ້ໄດ້ 783 ລ້ານ ໂດລາໃນປີ 2016.

ເຖິງແມ່ນວ່າຮູບເງົາເລື່ອງ ໂຈ໊ກເກີ ຈະເປັນຮູບເງົາເຣດ R ທີ່ສາມາດສ້າງລາຍໄດ້ສູງສຸດທົ່ວ ໂລກ ແຕ່ໂຈ໊ກເກີ ກໍຍັງທຽບບໍ່ໄດ້ ກັບຮູບເງົາເລື່ອງເຣດ R ທີ່ສ້າງ ລາຍໄດ້ຫຼາຍທີ່ສຸດໃນອາເມລິກາ ຄື The Passion of Christ ຂອງ ເມລ ກິບສັນ ຊຶ່ງສາມາດ ສ້າງເງິນໃນອາເມລິກາໄປໄດ້ 370 ລ້ານໂດລາໃນປີ 2004 ຂະນະ ທີ່ໂຈ໊ກເກີ ສ້າງເງິນໃນອາເມລິກາ 259 ລ້ານໂດລາ.

-----------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ