ສາວໆທີ່ຢາກມີຜົມຍາວ ແລະມີນໍ້າໜັກ ພຽງນໍາ 2 ສິ່ງຕໍ່ໄປນີ້

ຜົມກໍເປັນສິ່ງໜຶ່ງທີ່ຊ່ວຍເສີມສ້າງບຸກຄະລິກໃຫ້ກັບສາວໆ, ຊຶ່ງແນ່ນອນວ່າແຕ່ລະຄົນກໍຕ້ອງ ມີຄວາມມັກທີ່ແຕກຕ່າງກັນ, ສຳລັບສາວໆທ່ານໃດທີ່ມັກໃຫ້ຜົມຍາວ, ຊື່, ມີນໍ້າໜັກ ທ່ານສາມາດນຳເອົາ ວິທີຕໍ່ໄປນີ້ໄປປະຕິບັດໄດ.້

ສິ່ງທີ່ຕ້ອງມີ:

  1. ນໍ້າກະທິຄັ້ນເອງ 2 ຖ້ວຍນ້ອຍ.
  2. ໝາກນາວ 1 ໜ່ວຍ.
  3. ຖ້ວຍ ແລະຜ້າເຊັດ.

ວິທີເຮັດ:ນໍາເອົາສ່ວນທີ່ກຽມໄວ້ປະສົມໃຫ້ເຂົ້າກັນຫຼັງຈາກນັ້ນນໍາເອົາໄປແຊ່ໃນຕູ້ເຢັນ (ຖານແຊ່ ແຂງ) ປະມານ 1-2 ຊົ່ວໂມງ ເມື່ອນຳອອກມາຈາກຕູ້ເຢັນຈະເຫັນວ່າສ່ວນປະສົມດັ່ງກ່າວແຍກເປັນສອງຊັ້ນຄື: ຊັ້ນຄີມກະທິ ແລະນໍ້າໃສ, ໃຫ້ຕັກເອົາສະເພາະ ແຕ່ຄີມກະທິເພື່ອນຳມາໝັກຜົມ ໂດຍໃຊ້ຜ້າເຊັດປົກໄວ້ 1-2 ຊົ່ວໂມງ ຫຼັງຈາກນັ້ນລ້າງອອກໃຫ້ສະອາດແລະສະຜົມຕາມປົກກະຕິເຮັດເປັນປະຈຳອາທິດລະ 1-2 ເທື່ອ.

-----------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ