ຫວຽດນາມສົ່ງອອກກະສິກຳ-ສິນໃນນໍ້າ ບັນລຸ 33 ຕື້ໂດລາ

  ກະຊວງກະສິກຳ ແລະພັດທະນາຊົນນະບົດຂອງ ສສ ຫວຽດນາມ ຜັນຂະຫຍາຍການຂຸດຄົ້ນ ໂອກາດທີ່ໄດ້ຮັບຈາກບັນດາສົນທິສັນຍາການຄ້າເສລີຢ່າງຕັ້ງໜ້າ, ມີປະສິດທິຜົນ; ເພີ່ມທະວີບັນດາ ການເຄື່ອນໄຫວພັດທະນາການ ຕະຫຼາດ.

ຕາມຂ່າວສານຫວຽດນາມ ລາຍງານວ່າ ຕາມກະຊວງກະສິ ກຳ ແລະພັດທະນາຊົນນະບົດ ແລ້ວ, ຍອດວົງເງິນສົ່ງອອກ-ນໍາ ເຂົ້າບັນດາຜະລິດຕະພັນການກະ ເສດ, ເຄື່ອງປ່າຂອງດົງ, ສິນໃນ ນ້ຳໃນໄລຍະ 10 ເດືອນຕົ້ນປີ 2019 ຄາດວ່າ ບັນລຸໄດ້ກ່ວາ 59 ຕື້ໂດລາສະຫະລັດ, ໃນນັ້ນວົງເງິນສົ່ງອອກບັນລຸໄດ້ກ່ວາ 33 ຕື້ໂດລາ, ການນຳເຂົ້າຄາດວ່າມີປະມານ 25,9 ຕື້ໂດລາ, ຫຼຸດລົງປະມານ 5%, ເປັນອັນວ່າເກີນດຸນການຄ້າ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນ ລຸໄດ້ 7,3 ຕື້ໂດລາ, ສູງກວ່າ 664 ລ້ານໂດລາ ເມື່ອທຽບໃສ່ໄລຍະ ດຽວກັນຂອງປີກາຍ, ປະຈຸບັນຂົງ ເຂດກະສິກຳມີທັງໝົດ 6 ໝວດ ຜະລິດຕະພັນທີ່ມີມູນຄ່າສົ່ງອອກ ກວ່າ 2 ຕື້ໂດລາ.

ໃນໄລຍະຈະມາເຖິງ, ຄຽງຄູ່ ກັບການເປັນເຈົ້າການຈັດຕັ້ງ, ສົມທົບກັບບັນດາກະຊວງ, ຂະແໜງການຕັ້ງໜ້າເຈລະຈາເປີດປະຕູຕະຫຼາດສົ່ງອອກ, ຮັກສາບັນດາຕະຫຼາດທີ່ມີແຕ່ດົນນານໃຫ້ມີສະຖຽນລະພາບ, ຊອກຫາ ແລະເປີດກວ້າງບັນດາຕະຫຼາດທີ່ມີຄວາມ ສາມາດບົ່ມຊ້ອນ,ກະຊວງກະສິກຳ ແລະພັດທະນາຊົນນະບົດໜູນຊ່ວຍ ຕັ້ງໜ້າບັນດາວິສາຫະກິດຜັນຂະຫຍາຍການຂຸດຄົ້ນໂອກາດທີ່ໄດ້ ຮັບຈາກບັນດາສົນທິສັນຍາການ ຄ້າເສລີຢ່າງຕັ້ງໜ້າ, ມີປະສິດທິ ຜົນ; ເພີ່ມທະວີບັນດາການເຄື່ອນ ໄຫວ

-----------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ