ສະຫຼຸບວຽກກໍ່ສ້າງຮາກຖານວຽກງານ 3 ສ້າງ ຂະແໜງສຶກສາ

   ທ້າຍອາທິດຜ່ານມາທີ່ໂຮງຮຽນສຸກໄຊກຸ່ມສຸກໄຊໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງ ຮາກຖານວຽກງານ 3 ສ້າງໃນສົກຮຽນທີ່ຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ, ພາຍໃຕ້ການເປັນປະທານຂອງທ່ານ  ອຸດົມ ແສງຈັນ ປະທານແນວລາວສ້າງ ຊາດ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ,ທ່ານ  ສຳລານ ພັນຄະວົງ ຮັກສາການຫົວໜ້າຫ້ອງ ການກະຊວງສຶກສາທິການ ແລະ ກີລາ, ທ່ານ ພິມພາ ເພຍເທບ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງອຸດົມໄຊ, ມີຄະນະຫ້ອງການສຶກສາທິການ ແລະກີລາ, ຫົວໜ້າໜ່ວຍງານ ແລະ ວິຊາການທີ່ກ່ຽວຂ້ອງ, ຜູ້ອຳນວຍ ການກຸ່ມໂຮງຮຽນສຸກໄຊ 9 ໂຮງຮຽນເຂົ້າຮ່ວມ.

 ທ່ານ ສົມລັດ ສົມສະຫວັດ ຫົວໜ້າທີມງານລົງກໍ່ສ້າງຮາກ ຖານຕິດພັນກັບວຽກງານສາມ ສ້າງຂອງກຸ່ມໂຮງຮຽນສຸກໄຊໄດ້ລາຍງານຜົນສຳເລັດ, ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະບັນຫາສິ່ງທ້າ ທາຍ,ປະກົດການຫຍໍ້ທໍ້, ບັນດາໜ້າວຽກຕ່າງໆ ໃນການລົງກໍ່ສ້າງ ຮາກຖານຕິດພັນກັບວຽກງານ 3 ສ້າງ.

ໃນຕອນທ້າຍໄດ້ຮັບຟັງການ ໂອ້ລົມຂອງທ່ານ ສໍາລານ ພັນຄະວົງ ໄດ້ເນັ້ນໃສ່ 3 ບັນຫາໃຫຍ່ເປັນ ຕົ້ນແມ່ນປະກົດການຫຍໍ້ທໍ້ຖັນແຖວ ພະນັກງານຄູ-ອາຈານບັນຫາຢາ ເສບຕິດຕ້ອງໄດ້ເອົາໃຈໃສ່ຊ່ວຍ ກັນຕ້ານ ແລະສະກັດກັ້ນ ການມີ ສ່ວນຮ່ວມຂອງຊຸມຊົນ, ຜູ້ປົກຄອງນັກຮຽນກ່ຽວກັບການປະຕິຮູບ ການສຶກສາການຂາດເຂີນງົບປະມານຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ທີ່ຂາດອຸປະກອນຕ່າງໆ ຕ້ອງເຮັດແຜນລະອຽດ ແລະໃຫ້ຈະແຈ້ງກວ່າເກົ່າ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

______________

ໜັງສືພິມເສດຖະກິດ-ສັງຄົມ