ເມືອງນອງ ຈັດແຂ່ງຂັນເຮືອຊ່ວງປະຈຳປີ

   ໃນວັນທີ 26-27 ຕຸລາ ຜ່ານມາ ເມືອງນອງໄດ້ຈັດພິທີ ການແຂ່ງຂັນເຮືອຊ່ວງປະຈໍາປີ ພສ 2562 ຢູ່ລຽບສາຍເຊລະນອງ ຈຸດທາງໂຄ້ງຂົວຫ້ວຍລະພົງ ເທສະບານເມືອງນອງ ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານ ຄະນະກຳມະການຈັດງານມີ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງນອງ, ມີບັນດາທ່ານໃນກຳມະການຂອງເມືອງ, ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ນອງວິໄລຕະຫຼອດຮອດພໍ່ແມ່ປະຊາຊົນໃນທົ່ວເມືອງກໍ່ໄດ້ເຂົ້າຮ່ວມ.

ທ່ານ ແຕງອ່ອນ ຈັນທະລະ ນອງ ຮອງເຈົ້າເມືອງນອງ ຮອງປະທານກຳມະການຈັດງານກໍ່ໄດ້ຂຶ້ນກ່າວຈຸດປະສົງຂອງການຈັດ ງານດັ່ງກ່າວວ່າ: ເພື່ອເປັນການສົ່ງເສີມອະນຸລັກຮັກສາເສີມຂະຫຍາຍປະເພນີອັນດີງາມ ໂດຍສະ ເພາະກໍ່ແມ່ນການແຂ່ງຂັນເຮືອ ຊ່ວງໃຫ້ມີການສືບທອດຕໍ່ໆໄປທັງ ເປັນການສ້າງຄວາມສາມັກຄີພົບປະແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະກັນ ລະຫວ່າງການ ນຳຂອງເມືອງຕ່າງໆທີ່ເຂົ້າມາຮ່ວມກໍ່ຄືມວນຊົນທັງນີ້ກໍ່ເພື່ອເປັນ ການໂຄສະນາດຶງດູດນັກທ່ອງທ່ຽວທາງພາຍໃນ ແລະຕ່າງປະ ເທດໃຫ້ເຂົ້າມາທ່ຽວຊົມຮູ້ຈັກເມືອງ ນອງໃຫ້ນັບມື້ນັບຫຼາຍຂຶ້ນ.

 ສະໜັບສະໜຸນໂດຍ: HONDA

 ສຳລັບການແຂ່ງຂັນເຮືອຊ່ວງ ປີນີ້: ໃນທົ່ວເມືອງນອງ ມີເຮືອເຂົ້າຮ່ວມ 15 ຄະນະ, ຂະໜາດ 15 ສີພາຍ ສ່ວນຜົນຂອງການແຂ່ງ ຂັນເຮືອຊ່ວງປະຈຳປີປະເພດເຮືອ ຊ່ວງຍິງ ອັນດັບ 1 ໄດ້ແກ່ຊາວໜຸ່ມແມ່ຍິງບ້ານນອງວິໄລໄດ້ຮັບຂັນລາງວັນພ້ອມເງິນ 1,5 ລ້ານກີບ, ທີ 2 ທີມແມ່ຍິງຫ້ອງການສຶກສາໄດ້ຮັບເງິນ 1 ລ້ານກີບ, ທີ 3 ຊາວໜຸ່ມແມ່ຍິງ ມສ ນອງ ໄດ້ຮັບເງິນ ລາງວັນ 8 ແສນກີບ, ສຳລັບປະເພດເຮືອຊ່ວງຊາຍທີ 1 ຊາວໜຸ່ມບ້ານນອງວິໄລ ໄດ້ຮັບຂັນ 1 ໜ່ວຍ    

------------------

 ໜັງສືພິມເສດຖະກິດ-ສັງຄົມ