ໂຮງຮຽນປະຖົມສົມບູນບ້ານນາແທ່ນ ໄດ້ຮັບເຄື່ອງຊ່ວຍເຫຼືອ

 

ວັນທີ 28 ຕຸລາ ຜ່ານມາ ຄະນະໂຄງການເພື່ອເສັ້ນທາງ ສາຍໄໝໄດ້ນໍາເອົາວັດສະດຸອຸປະກອນທີ່ຮັບໃຊ້ພາຍໃນການຮຽນ-ການສອນມາມອບໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານນາແທ່ນ ເມືອງກາສີ ແຂວງວຽງຈັນ ຊຶ່ງຕາງໜ້າມອບໂດຍທ່ານ ວົງຄໍາ ແສນສຸດທິ ຮອງຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ, ຄະນະພົວພັນການ ຕ່າງປະເທດ, ຫ້ອງການຄະນະສັນຕິພາບ ແລະຄວາມສາມັກຄີ ຂອງລາວ ແລະກ່າວຮັບໂດຍທ່ານ ຄໍາໝັ້ນຫຼວງໄຊ ຜູ້ອຳນວຍການ ໂຮງຮຽນປະຖົມສົມບູນບ້ານນາ ແທ່ນ ໂດຍຊ່ອງໜ້າທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງກາສີ, ພະນັກງານທີ່ກ່ຽວຂ້ອງພາຍໃນຫ້ອງການສຶກສາ ແລະກີລາເມືອງ, ມີອຳນາດການປົກຄອງຂັ້ນບ້ານ, ຄູ-ອາຈານ ພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີ Notebook 1 ເຄື່ອງ, ຄອມພິວເຕີຕັ້ງ ໂຕະຈໍານວນ 5 ເຄື່ອງ, ປິ່ນເຕີ ຈໍານວນ 3 ເຄື່ອງ, ກ້ອງຖ່າຍຮູບ 1 ເຄື່ອງ, ເຄື່ອງສຽງ ຈໍານວນ 1 ຊຸດ, ເຄື່ອງປັບອາກາດຍີ່ຫຍໍ້ 12000 BTU ຈໍານວນ 2 ເຄື່ອງ ແລະປຶ້ມແບບຮຽນຕ່າງໆ ຈໍານວນ210 ຫົວ ລວມມູນຄ່າການຊ່ວຍ ເຫຼືອເປັນເງິນທັງໝົດ 52 ລ້ານກີບ ຈຸດປະສົງກໍ່ເພື່ອເປັນການຊຸກ ຍູ້ສົ່ງເສີມການຮຽນ-ການສອນ ຢູ່ພາຍໃນເມືອງກາສີ ເວົ້າລວມ ເວົ້າສະເພາະກໍ່ຄືຢູ່ພາຍໃນໂຮງຮຽນປະຖົມສົມບູນບ້ານນາແທ່ນ ໃຫ້ມີອຸປະກອນຮັບໃຊ້ທີ່ພຽງພໍ ແລະທັນສະໄໝຂຶ້ນ, ການຊ່ວຍເຫຼືອ ດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຂອງມູນລະນິທິຈີນເພື່ອສັນຕິພາບ ແລະການພັດທະນາ.

----------------

ໜັງສືພິມເສດຖະກິດ-ສັງຄົມ