ຊຽງຂວາງ ປະຊຸມບັນດາອະນຸກໍາມະການ ກະກຽມງານມະຫາກໍາກີລາແຫ່ງຊາດ

  ເມື່ອອາທິດຜ່ານມາໄດ້ມີກອງປະຊຸມປຸກລະດົມຊຸຍູ້ບັນດາອະນຸກຳມະການກະກຽມງານມະຫາກີລາແຫ່ງຊາດພາຍໃຕ້ການເປັນປະທານຂອງ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫາກໍາກີລາແຫ່ງຊາດຄັ້ງທີ XI,ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີຄະນະຮັບຜິດຊອບກອງເລຂາ, ຫົວໜ້າ, ຮອງຫົວໜ້າແຕ່ລະກໍາມະການ-ອະນຸກໍາມະການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງສີ ພັນທະວົງ ຄະນະກອງເລຂາຈັດງານມະຫາກໍາ ກີລາແຫ່ງຊາດ ຄັ້ງທີ XI ໄດ້ກ່າວຈຸດປະສົງເປົ້າໝາຍຂອງປະຊຸມແມ່ນເພື່ອຈະໄດ້ສະຫຼຸບຕີລາຄາຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກໍາມະການ, ແຕ່ລະອະນຸກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກໃນການກະກຽມໃຫ້ແກ່ການຈັດງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບໃນຕົ້ນປີໜ້າ, ຫຼັງຈາກທີ່ສໍາເລັດກອງປະຊຸມວິສາມັນຄັ້ງທີ IV ຂອງຄະນະຮັບຜິດຊອບລະດັບຊາດຜ່ານມາ,ມີໜ້າວຽກໃດແດ່ທີ່ປະຕິບັດໄດ້ ແລະຍັງໜ້າວຽກໃດທີ່ຈະຕ້ອງໄດ້ ສືບຕໍ່ຈັດຕັ້ງປະຕິບັດຢ່າງຮີບດ່ວນ ເພື່ອໃຫ້ທັນກໍານົດເວລາຂອງການ ເປີດງານ, ພ້ອມນັ້ນຈະໄດ້ປັບປຸງຄືນຄະນະຮັບຜິດຊອບແຕ່ລະກໍາມະການ ແລະອະນຸກໍາມະການທີ່ມີການເຄື່ອນຍ້າຍໄປຮັບໜ້າທີ່ໃໝ່ ແລະເຂົ້າບໍານານເພື່ອໃຫ້ແທດເໝາະ ແລະສອດຄ່ອງກັບໜ້າວຽກປະຈຸບັນ ແລະໄດ້ມີຫຼາຍໜ້າວຽກໄດ້ຈັດຕັ້ງປະຕິບັດສໍາເລັດໃນໄລຍະຜ່ານ ມາເຊັ່ນ: ສໍາເລັດການປັບປຸງການອອກແບບໂລໂກ້, ສັດນໍາໂຊກ, ໂລ້ທີ່ລະນຶກ, ຫຼຽນລາງວັນ, ບັດຄ້ອງຄໍ

ຕາມຂໍ້ຕົກລົງຮັບຮອງຂອງປະທານຈັດງານມະຫໍາກິລາແຫ່ງຊາດຄັ້ງທີ XI ສະບັບເລກທີ 328/ຄຈກຊ XI ລົງວັນທີ 9 ຕຸລາ 2019, ປັບປຸງຄືນບຸກຄະລາກອນຂອງແຕ່ລະກໍາມະການ ແລະ ອະນຸກໍາມະການຕາມຂໍ້ຕົກລົງຂອງປະທານຈັດງານມະຫາກໍາກີລາແຫ່ງຊາດຄັ້ງທີ XI, ເຮັດໜັງສືສະເໜີລາຍງານສະພາບການປູກຫຍ້າຂອງປະ ທານຈັດງານເຖິງກະຊວງແຜນການ ແລະການລົງທຶນເພື່ອປູກຫຍ້າທຽມ, ປະສານ ແລະ ຈັດກອງປະຊຸມພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂເລື່ອງແບບໂຄງຫຼັງຄາສະ ໜາມບານບ້ວງ ແລະສໍາເລັດບາງໜ້າວຽກອື່ນໆຕື່ມອີກ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ສໍາລັບວຽກທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະແກ້ໄຂຢ່າງ ຮີບດ່ວນໃນຕໍ່ໜ້າມີ 11 ໜ້າວຽກ : ການສ້າງແຜນດໍາເນີນງານຂອງແຕ່ລະກໍາມະການ, ອະນຸກໍາມະການ; ແຕ່ລະກໍາມະການ-ອະນຸກໍາມະການໃຫ້ຄັດເລືອກເອົາຜູ້ຮັບຜິດຊອບວຽກງານການເງິນພາຍໃນບຸກຄະລາກອນຂອງຕົນເພາະກະຊວງການເງິນຈະມາຝຶກອົບຮົມວິທີການບໍລິຫານຄຸ້ມຄອງນໍາໃຊ້ເງິນໃຫ້ບຸກຄະລາກອນດັ່ງກ່າວ; ພ້ອມ ນັ້ນແຕ່ລະກໍາມະການໃຫ້ກວດກາ ຄືນແຜນງົບປະມານຮັບໃຊ້ແຕ່ລະໜ້າວຽກໃນຂອບເຂດຄວາມຮັບຜິດຊອບໃຫ້ເປັນທີ່ລະອຽດ-ຊັດເຈນ; ກໍາມະການທີ່ກ່ຽວຂ້ອງສືບຕໍ່ປະສານສົມທົບກັບບໍລິສັດເບຍ ລາວ ແລະພາກສ່ວນຕ່າງໆ ເພື່ອຂໍ ອຸປະຖໍາຕາມຄວາມສາມາດ, ອອກ ແບບປ້າຍໂຄສະນາ, ປະດັບປະດາຕາມຕົວເມືອງ ແລະສະຖານທີ່-ທີ່ ເໝາະສົມ, ເຮັດໜັງສືສະເໜີເຖິງ ກະຊວງປ້ອງກັນປະເທດຂໍນັກກີລາ ໂດດຈ້ອງ ແລະຍົນຮັບໃຊ້ການສະແດງໃນມື້ເປີດ-ປິດ, ປະສານຫາພາກສ່ວນກ່ຽວຂ້ອງພົວພັນເລື່ອງ ດອກໄມ້ໄຟ, ການປູກຫຍ້າທຽມໃນສະໜາມກີລາ ເປີດ-ປິດ, ຕິດຕາມການກໍ່ສ້າງສະໜາມແຂ່ງຂັນຕ່າງໆ ທີ່ທາງພາກລັດ ແລະເອກະຊົນລົງ ທຶນກໍ່ສ້າງໃຫ້ທັນຕາມກໍານົດເວລາ,ສືບຕໍ່ຈັດຊື້-ຈັດຈ້າງເຄື່ອງຮັບໃຊ້ ຕ່າງໆຂອງແຕ່ລະກໍາມະການ-ອະນຸກໍາມະການໃຫ້ຖືກຕ້ອງກັບລະບຽບຫຼັກການ.

ສະໜັບສະໜຸນໂດຍ: HONDA

   ໃນກອງປະຊຸມຍັງໄດ້ຮັບຟັງ ການປະກອບຄໍາຄິດຄໍາເຫັນຊີ້ທິດເຍືອງທາງຈາກທ່ານ ສົມພູ ພົງສາ ແລະທ່ານ ບຸນຕົ້ນ ຈັນທະພອນ ໂດຍລວມແລ້ວທັງສອງທ່ານລ້ວນ ແຕ່ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກພາກສ່ວນຈົ່ງພ້ອມກັນ ເປັນເຈົ້າການ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ແລະປະສານສົມທົບນໍາ ເພື່ອນຮ່ວມງານພ້ອມກັນວາງແຜນດໍາເນີນການເຄື່ອນໄຫວວຽກທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ  ແລະຮັບປະກັນຄຸນນະພາບທັນຕາມກໍານົດເວລາ.

------------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444