ໜ່ວຍພັກບໍລິຫານ ສຶກສາອຸດົມໄຊ ຮັບສະມາຊິກພັກສຳຮອງເຂົ້າເປັນສົມບູນ

 ວັນທີ 29 ຕຸລາ ຜ່ານມາທີ່ສະໂມສອນຂອງພະແນກສຶກສາທິການ ແລະກີລາແຂວງໂດຍເປັນປະທານຂອງທ່ານ ນາງ ສີວິໄລ ແສນວັນນະຄຳ ຮອງເລຂາໜ່ວຍພັກບໍລິຫານ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສັກ ສຸພິໄລ ຮອງ ຫົວໜ້າພະແນກສຶກສາ ແລະກີລາ ແຂວງອຸດົມໄຊ ແລະສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ໃນການຮັບສະມາຊິກພັກຄັ້ງນີ້ ແມ່ນເລື່ອນສະມາຊິກພັກສຳຮອງ1ສະຫາຍເຂົ້າເປັນສະມາຊິກພັກ ສົມບູນ,ໂດຍຜ່ານການຕິດຕາມ ແລະຝຶກຝົນຫຼໍ່ຫຼອມຂອງບັນດາສະມາຊິກພັກໃນຄັ້ງນີ້ເຫັນວ່າໄດ້ດີຖືກຕາມມາດຖານເງື່ອນໄຂຂອງອົງການຈັດຕັ້ງວາງໄວ້ດັ່ງນັ້ນທາງຄະນະໜ່ວຍພັກບໍລິຫານຈຶ່ງໄດ້ຈັດພິທີຮັບຮອງເອົາຜູ້ກ່ຽວເຂົ້າມາເຄື່ອນໄຫວພາຍໃນອົງການຈັດຕັ້ງ, ຕາມຂໍ້ຕົກລົງຂອງຄະນະປະຈຳພັກແຂວງ.

ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສົມສັກ ສຸພິໄລ ຮອງຫົວໜ້າພະແນກສຶກສາ-ກີລາແຂວງ ໄດ້ເນັ້ນໜັກໃຫ້ບັນດາສະມາຊິກຕ້ອງເອົາໃຈໃສ່ປະຕິບັດລະບຽບຂອງພັກ,ກົດໝາຍຂອງລັດພ້ອມນັ້ນຕ້ອງເຂົ້າຮ່ວມດຳເນີນຊີວິດພັກໃຫ້ເຂັ້ມງວດ,ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ຖືກມອບໝາຍ, ມີຄຸນທາດການເມືອງໜັກແໜ້ນ,ມີທັດສະນະຖືກຕ້ອງ ແລະເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.

--------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444