3 ເດືອນທ້າຍປີ ລາວໂທລະຄົມສາຂາໄຊຍະບູລີມີແຜນສ້າງລາຍຮັບ 16,8 ຕື້ກີບ

 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມທາງດ້ານວຽກງານໂທລະຄົມໃຫ້ມີຄຸນນະພາບຮັບປະກັນຄວາມວ່ອງໄວຊັດເຈນ ແລະມີປະລິມານຫຼາຍຂຶ້ນ, ລາວໂທລະຄົມສາຂາ ແຂວງໄຊຍະບູລີ ໄດ້ເອົາໃຈໃສ່ສຸມໃສ່ປັບປຸງຂະຫຍາຍເຄືອຂ່າຍກໍ່ສ້າງພື້ນຖານໂຄງລ່າງດ້ານໂທລະຄົມໃຫ້ຜູ້ຊົມໃຊ້ມີຄວາມເພິ່ງພໍໃຈໃນການໃຊ້ບໍລິການທຸກພື້ນທີ່; ປະຈຸບັນໃນທົ່ວແຂວງມີລະບົບສັນຍານລາວໂທລະຄົມກວມເຖິງ 98% ແລະມີປ່ອງບໍລິການລູກຄ້າທັງໝົດ 16 ແຫ່ງ.

  ທ່ານ ອຸດົມ ສີບຸນເຮືອງ ອໍານວຍການລັດວິສາຫະກິດລາວໂທລະຄົມມະນາຄົມມະຫາຊົນສາຂາ ແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ນັກຂ່າວແຂວງເມື່ອບໍ່ດົນມານີ້ວ່າ: ໃນ 9 ເດືອນຜ່ານມາລາວໂທລະຄົມ ສາຂາແຂວງໄຊຍະບູລີສາມາດ ຂະຫຍາຍສະຖານີລະບົບ 2G ໄດ້ 2 ສະຖານີປະຈຸບັນມີສະຖານີລະບົບ 2G ທັງໝົດ 121 ສະຖານີ, ລະບົບ 3G ໄດ້ 39 ສະຖານີ, ມີທັງໝົດ 151 ສະຖານີ, ລະບົບ 4G ໄດ້ 40 ສະຖານີ, ມີ110 ສະຖານີ; ຂະຫຍາຍສາຍໄຍແກ້ວໄດ້ 27 ກິໂລແມັດ, ປະຈຸບັນມີສາຍໄຍແກ້ວ ຍາວທັງໝົດ 1.345 ກິໂລແມັດ, ຕິດຕັ້ງອິນເຕີເນັດໄດ້ 317 ເລກ ໝາຍ ມີທັງໝົດທົ່ວແຂວງ 1.058 ເລກໝາຍ, ໂທລະສັບຕັ້ງໂຕະໄດ້ 11 ເລກໝາຍ, ປະຈຸບັນມີ

ໂທລະສັບຕັ້ງໂຕະທັງໝົດ 1.132 ເລກໝາຍ,ສາມາດສ້າງລາຍຮັບໃນ 9 ເດືອນຜ່ານມາໄດ້ 42,87 ຕື້ກີບ,ຖ້າທຽບໃສ່ແຜນການປີເທົ່າກັບ 87% ບໍ່ໄດ້ຕາມແຜນການທີ່ຕັ້ງ ໄວ້ 49,91 ຕື້ກີບ, ສາເຫດກໍຄືລູກ ຄ້າພາຍໃນແຂວງກໍ່ຄືບັນດາລູກ ຄ້າພາຍໃນເມືອງຈຳນວນໜຶ່ງຍັງ ຄ້າງຊໍາລະໜີ້ ແລະແກ່ຍາວມາຫຼາຍປີອີກດ້ານໜຶ່ງຍ້ອນວ່າມີຫຼາຍ ບໍລິສັດໄດ້ສ້າງຕັ້ງຂຶ້ນໃຫ້ບໍລິການສ່ວນປະຕິບັດລາຍຈ່າຍທັງໝົດ 23,83 ຕື້ກີບ, ຖືວ່າຫຼຸດບໍ່ໄດ້ຕາມແຜນ, ມອບພັນທະໃຫ້ແຂວງ 8,11 ຕື້ກີບ ເທົ່າກັບ 92% ແລະ ອຸປະຖໍາສັງຄົມດ້ານອື່ນໆ 96 ລ້ານກວ່າກີບ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ທ່ານຍັງກ່າວຕື່ມວ່າ: ເຖິງຢ່າງໃດກໍ່ຕາມໃນ 3 ເດືອນທ້າຍປີ 2019 ທາງບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມຈະສູ້ຊົນສ້າງລາຍຮັບໃຫ້ໄດ້ທັງໝົດ 16,8 ຕື້ກີບ, ປະຕິບັດລາຍຈ່າຍໃຫ້ໄດ້ 7,93 ຕື້ກີບ, ມີກໍາໄລ 8 ,94 ຕື້ກີບ, ມອບພັນທະໃຫ້ແຂວງ 3,4 ຕື້ກີບ, ເອົາໃຈໃສ່ຂະຫຍາຍລະບົບ 2G ໃຫ້ໄດ້ 2 ສະຖານນີ, ລະບົບ 3G ໃຫ້ໄດ້ 11 ສະຖານີ, ລະບົບ 4G ໃຫ້ໄດ້ 11 ສະຖານີ, ຕິດຕັ້ງອິນເຕີເນັດໃຫ້ໄດ້ 141 ເລກໝາຍ, ຕິດຕັ້ງໂທລະສັບໃຫ້ໄດ້ 16 ເບີ.

ສະໜັບສະໜຸນໂດຍ: HONDA

________

ຂຽນໂດຍບຸນທີ ແສງຈັນທະລາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444