ຄຸນປະໂຫຍດຂອງຜັກກະຖິນ

    ເມື່ອເວົ້າເຖິງຜັກກະຖິນເປັນຜັກພື້ນບ້ານທີ່ຢູ່ ຄູ່ຄົນລາວມາດົນນານ ແຖມຍັງເປັນສະໜຸນໄພຮັກສາພະຍາດນໍາອີກ ໂດຍຕໍາລາຢາພື້ນເມືອງລາວຍັງນໍາໃຊ້ປະໂຫຍດຈາກຜັກກະຖິນໃນຂະບວນການຢາຮັກສາພະຍາດເພາະຍອດອ່ອນຜັກກະຖິນປະກອບດ້ວຍສານເສັ້ນໄຍ, ທາດແຄນຊຽມ, ທາດຟົດສະຟໍຣັດ, ທາດເຫຼັກ, ວິຕາມິນບີໜຶ່ງ, ວິຕາມິນບີສອງ, ວິຕາມິນຊີ ແລະທາດໄນອາຊີນ.

  • - ຊ່ວຍລົດລະດັບນໍ້າຕານໃນເລືອດ.
  • - ບຳລຸງຕັບ.
  • - ຢາຂັບຖ່າຍພະຍາດ.
  • - ລົດລະດັບຄວາມດັນເລືອດສູງ.
  • - ຂັບປະຈຳເດືອນໃຫ້ປົກກະຕິ..
  • - ຂັບລົມ, ສະໝານແຜ ແລະອື່ນໆ.

-------------

ໜັງສືພິມເສດຖະກີດ-ສັງຄົມ