ຊາວໜຸ່ມໂຮງຮຽນ ມສ ແຂວງອຸດົມໄຊ ເປີດກອງປະຊຸມ

  ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະໜ່ວຍຊາວໜຸ່ມໂຮງ ຮຽນ ມສ ແຂວງອຸດົມໄຊ ວັນທີ 30 ຕຸລາຜ່ານມາ ພາຍໃຕ້ການ ເປັນປະທານຂອງທ່ານ ຫວາດ ສະໜາ ແກ້ວມະນີວັນ ເລຂາຄະນະບໍລິຫານງານຊາວໜຸ່ມໂຮງ ຮຽນ ມສ ແຂວງ, ເປັນກຽດເຂົ້າ ຮ່ວມໂດຍທ່ານ ຄຳແບ່ງ ຈັນມະນີຮອງເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງ, ທ່ານ ຄຳມ່ວນ ໄຊບຸນເຮື່ອງ ເລຂາໜ່ວຍພັກໂຮງຮຽນ, ມີບັນດາຄະນະຜູ້ແທນແຂກ ເຊີນຈາກໜ່ວຍຊາວໜຸ່ມອ້ອມຂ້າງຕະຫຼອດຮອດຊາວໜຸ່ມຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ຈຸດປະສົງເພື່ອດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະບໍລິຫານງານໜ່ວຍຮາກຖານຊາວໜຸ່ມໂຮງຮຽນ ມສ ແຂວງ, ຮັບຮອງກອງເຍົາວະຊົນໂຮງຮຽນ ມສ ແຂວງເປັນກອງເຍົາວະຊົນທັນວາ 3 ດີ 4 ຮູ້ເປັນປີທີ 2 ແລະຮັບຮອງໜ່ວຍຊາວໜຸ່ມໂຮງຮຽນ ມສ ແຂວງ ເປັນໜ່ວຍ 4 ບຸກ ສະໄໝ ທີ VI.

  ໃນໄລຍະ 5 ປີຜ່ານມາມີຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນການຈັດຕັ້ງປະຕິບັດການຮຽນ-ການ ສອນກໍຄືການສຶກສາອົບຮົມການເມືອງ-ແນວຄິດຂອງຊາວໜຸ່ມນັກ ຮຽນໄປຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ໂດຍຕິດພັນ ກັບລະບຽບຂອງຊາວໜຸ່ມ,  ລະບຽບຂອງໂຮງຮຽນ ແລະຂໍ້ກຳນົດກົດ ລະບຽບຂອງບ້ານເມືອງຊຶ່ງຜົນ ງານດັ່ງກ່າວໄດ້ສ້າງໃຫ້ຊາວໜຸ່ມນັກຮຽນກາຍເປັນນັກຮຽນດີ-ນັກຮຽນເກັ່ງຂອງຄູ-ອາຈານ, ເປັນ ລູກທີ່ດີຂອງພໍ່ແມ່ ແລະເປັນຜົນລະ ເມືອງດີຂອງຊາດປະກອບສ່ວນເຂົ້າໃນຂະບວນການຕ່າງໆທີ່ສັງຄົມຈັດຂື້ນຢ່າງເປັນຂະບວນການ ຟົດຟື້ນ, ສາມາດຂະຫຍາຍມາຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມໄດ້ 438 ນ້ອງຍິງ 282 ນ້ອງ, ສະມາຊິກຄູ-ອາຈານ ມີແບບແຜນການດຳລົງຊີວິດທີ່ປອດໄສຂາວສະອາດ,ມີແບບແຜນວິທີເຮັດວຽກທີ່ດີຖືກຕ້ອງເໝາະສົມກັບລະດັບຄວາມຮູ້ຄວາມສາ ມາດ ໂດຍຖືເອົາການຕຳນິຕິຊົມເຊິ່ງກັນ ແລະກັນ ເປັນມາດຖານເງື່ອນໄຂໃນການປັບປຸງແບບແຜນວິທີເຮັດວຽກຂອງຕົນສາມາດຂະຫຍາຍສະມາຊິກຊາວໝຸ່ມເຂົ້າເປັນສະມາຊິກພັກໄດ້ 18 ສະຫາຍ ຍິງ 10 ສະຫາຍ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

 ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນ້ອງນ້ອຍເຍົາວະຊົນ ທີ່ມີຜົນງານດີເດັ່ນໃນໄລຍະທີ່ຜ່ານມາທັງໝົດຈຳນວນ 324 ນ້ອງ ຍິງ 214 ນ້ອງ ແລະໃບຍັ້ງຢືນເປັນກອງເຍົາວະຊົນທັນວາ 3 ດີ 4 ຮູ້ ສະໄໝທີ II; ມອບໃບຍ້ອງ ຍໍໃຫ້ແກ່ສະມາຊິກຊາວໜຸມຄູ-ອາຈານທີ່ມີຜົນງານດີເດັ່ນໃນໜຶ່ງປີທີ່ຜ່ານມາຈຳນວນ 48 ສະຫາຍຍິງ 22 ສະຫາຍ ແລະໃບຢັ້ງຢືນ ເປັນໜ່ວຍຊາວໜຸ່ມ 4 ບຸກສະໄໝ ທີ VI ແລະໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານຊຸດໃໝ່ ຊຶ່ງມີຜູ້ສະມັກ 7 ສະຫາຍ ຍິງ 3 ສະຫາຍ ແລະປ່ອນບັດເອົາ 5 ສະຫາຍເພື່ອເປັນຄະນະບໍລິຫານງານຊຸດໃໝ່ເປັນເອກະສັນເລືອກເອົາ: ສະຫາຍ ຫວາດສະໜາ ແກ້ວມະນີວັນ ເປັນເລຂາຄະນະບໍລິ ຫານງານ, ສະຫາຍ ສິງຄຳ ຈັນທະວີສຸກ ເປັນຮອງເລຂາທັງເປັນປະທານກວດກາ, ສະຫາຍ ນາງ ນິດ ດາວັນ ບຸບຜາ, ສະຫາຍ ໄຊຄຳ ທິດແສງລືສາ ສະຫາຍນາງ ຈັນ ນິພອນ ອິນນະສອນ ເປັນຄະນະ, ສະຫາຍ ພອນຈິດ ສຸລິກອນ ເປັນຮອງປະທານກວດກາ.

ສະໜັບສະໜຸນໂດຍ: HONDA

---------------

 ໜັງສືພຶມເສດຖະກິດ-ສັງຄົມ