ອະຫິວາໝູລະບາດຢູ່ບ້ານໂຮງເລື່ອຍ

ຕາມການໃຫ້ສຳພາດຂອງ ທ່ານ ບຸນ ໄຊບຸນທິບ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລະແຂວງຫຼວງນໍ້າ ທາໃຫ້ຮູ້ໃນວັນທີ 1 ພະຈິກ 2019 ວ່າ: ກ່ຽວກັບການລະບາດພະຍາດອະຫິວາໝູອາຟຣິກາຢູ່ບ້ານໂຮງເລື່ອຍເມືອງຫຼວງນໍ້າທາ ຕາມການໄດ້ຮັບແຈ້ງຂ່າວຈາກອົງການປົກຄອງບ້ານໂຮງເລື່ອຍ ເມືອງຫຼວງນໍ້າທາວ່າຢູ່ພາຍໃນບ້ານມີໝູເຫງົາ ແລະຕາຍເປັນຈຳນວນຫຼາຍໂຕຈາກນັ້ນຫ້ອງການກະສິກຳ ແລະປ່າໄມ້ ເມືອງຫຼວງນໍ້າທາ ຈິ່ຶງໄດ້ສົມທົບກັບຂະແໜງລ້ຽງສັດ ແລະການປະມົງພະແນກ ກະສິກຳ ແລະປ່າໄມ້ແຂວງ ລົງຕິດຕາມ ກວດກາຕົວຈິງເຫັນວ່າພົບເຊື້ອພະຍາດອະຫິວາໝູອາຟຣິກາແທ້ມາໃນວັນທີ  31 ຕຸລາ 2019 ນໍາໂດຍ ທ່ານ ບຸນໄຊ ບຸນທິບ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດອົງການປົກຄອງບ້ານໂຮງເລື່ອຍໄດ້ພາກັນກຳຈັດໝູຢູ່ພາຍໃນບ້ານຈໍານວນ 40 ກວ່າຄອບຄົວ, ມີໝູທັງໝົດ 80 ໂຕ ທໍາລາຍຕົວຈິງ 28 ໂຕ ລວມມູນຄ່າ 75,6 ລ້ານກີບ.

  ທ່ານຍັງໃຫ້ຮູ້ຕື່ມວ່າ: ເຊື້ອພະຍາດດັ່ງກ່າວເປັນພະຍາດທີ່ມີຄວາມທົນທານສູງຢູ່ໃນສະພາບແວດລ້ອມທົ່ວໄປໂດຍສະເພາະບ່ອນທີ່ມີອຸນຫະພຸມຕໍ່າເປັນຕົ້ນແມ່ນຢູ່ໃນອາຈົມຫຼາຍກວ່າ 10 ວັນ, ໃນເລືອດ 1 ເດືອນ, ໃນຊີ້ນແຊ່ແຂງຢ່າງໜ້ອຍ 15 ປີ ແລະໝູສາມາດຖືເຊື້ອພະຍາດໄດ້ດົນເຖິງ 4 .

__________

ຂຽນໂດຍ: ມຸນຕີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444