3 ແຂວງ 3 ປະເທດສືບຕໍ່ຮ່ວມມືຫຼາຍດ້ານ

  ກອງປະຊຸມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະປະຊາສໍາພັນ 3 ແຂວງ 3 ປະເທດ: ແຂວງສະຫວັນນະເຂດ ແຂວງມຸກດາຫານ (ຣາຊະອານາ ຈັກໄທ) ແລະແຂວງກວາງຈິ (ສສ ຫວຽດນາມ) ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 31 ຕຸລາ-1ພະຈິກ 2019 ທີ່ແຂວງສະຫວັນນະເຂດພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາພູນຕຸໄພທູນ ຮອງເຈົ້າແຂວງໆສະຫວັນນະເຂດ ທ່ານ ຫງວຽນດຶກຈິ່ງ ປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ທ່ານ ສຸວິດ ຈັນຫະວອນ ຮອງຜູ້ວ່າຣາຊະການແຂວງມຸກ ດາຫານມີບັນດາຜູ້ແທນຈາກພາກລັດ, ເອກະຊົນ ແລະສື່ມວນຊົນຈາກ 3 ແຂວງ 3 ປະເທດເຂົ້າຮ່ວມ.

  ກອງປະຊຸມໄດ້ສະຫຼຸບຜົນສໍາເລັດໃນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງການຮ່ວມມືດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະປະຊາສໍາພັນໃນປີທີ່ຜ່ານມາໂດຍມີການປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ກັບເນື້ອໃນການຮ່ວມມືຕາມບົດບັນທຶກກອງປະຊຸມການຮ່ວມມືດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ແຮງ ງານ ແລະປະຊາສໍາພັນ 3 ແຂວງ 3 ປະເທດ (ສະຫວັນນະເຂດ-ມຸກດາຫານ-ກວາງຈິ), ທີ່ໄດ້ລົງນາມເຊັນໃນວັນທີ 2 ກັນຍາ 2016 ທີ່ແຂວງມຸກດາ) ຊຶ່ງທັງ 3 ແຂ ວງໄດ້ສ້າງ ກິດຈະກໍາຫຼາຍຮູບແບບເພື່ອອໍານວຍຄວາມສະດວກ ແລະຊຸກຍູ້ໃຫ້ເກີດການຮ່ວມມືໃນການພັດທະນາດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະ ປະຊາສໍາພັນ 3 ແຂວງ 3 ປະເທດ.

  ກອງປະຊຸມຄັ້ງນີ້ໄດ້ເປັນເອກະພາບສືບຕໍ່ຮ່ວມມືໃນແຕ່ລະດ້ານດັ່ງນີ້: ດ້ານການຄ້າ-ການລົງທຶນກອງປະຊຸມສະໜັບສະໜູນໃຫ້ມີການປະສານງານ ແລະແລກປ່ຽນຂໍ້ມູນຂ່າວສານທາງດ້ານການຄ້າ-ການລົງທຶນ, ນິຕິກຳການຄ້າ-ການລົງທຶນທີ່ມີການປັບປຸງ ແລະບັນຫາອຸປະສັກຂອງຜູ້ປະກອບການໃນການດຳເນີນທຸລະກິດຮ່ວມກັນເພື່ອແກ້ ໄຂໃຫ້ທັນສະຖານະການພ້ອມທັງແກ້ໄຂ ແລະຊຸກຍູ້ໃຫ້ການຄ້າເຂົ້າສູ່ລະບົບ, ໂດຍການສົ່ງເສີມທຸລະກິດຂອງແຕ່ລະຝ່າຍເຂົ້າລົງທຶນໃນ 3 ແຂວງ 3 ປະເທດ,ສົ່ງເສີມການຮ່ວມມືໃຫ້ມີການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ SMEs ໃນດ້ານການຄຸ້ມຄອງບໍລິຫານ, ຍົກສູງຜະລິດຕະພັນ ແລະ ການເຂົ້າເຖິງແຫຼ່ງທຶນ, ຈາກນັ້ນ, ກອງປະຊຸມສະໜັບສະໜູນໃຫ້ຜູ້ປະກອບການໄດ້ເຂົ້າຮ່ວມກິດຈະກຳທາງດ້ານການຄ້າເປັນຕົ້ນ:ວາງສະແດງສິນຄ້າ, ການຈັບຄູ່ທຸລະກິດຢ່າງຕໍ່ເນື່ອງ ແລະສ້າງເງື່ອ ນໄຂອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການໃນການເຂົ້າຮ່ວມກິດຈະກຳ, ນັບທັງຈັດກອງປະຊຸມຂອງຄະນະຜູ້ແທນທັງ 3 ຝ່າຍ ເພື່ອສົ່ງເສີມໃຫ້ມີການຄ້າ-ການລົງ ທຶນຮ່ວມກັນນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ.

ສະໜັບສະໜຸນໂດຍ: HONDA

  ສ່ວນການຮ່ວມມືດ້ານການທ່ອງທ່ຽວ: ກອງປະຊຸມສະໜັບສະໜູນໃຫ້ໜ່ວຍງານທີ່ກ່ຽວຂ້ອງສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ລາວ-ໄທ-ຫວຽດນາມໂດຍສະເພາະໃນດ້ານກີລາ, ວັດທະນະທຳ ແລະຮີດຄອງປະເພນີຜ່ານການ ແລກປ່ຽນ, ເຜີຍແຜ່ຂໍ້ມູນການທ່ອງທ່ຽວທີ່ມີທ່າແຮງ ແລະສ້າງກິດຈະກຳການສຳຫຼວດທ່າແຮງການທ່ອງທ່ຽວພ້ອມທັງສ້າງກິດຈະກຳໃຫ້ມີຫຼາຍຮູບແບບຮ່ວມກັນ, ກອງປະຊຸມສະໜັບໜູນຊ່ວຍເຫຼືອຝຶກອົບຮົມດ້ານການບໍລິຫານ-ການບໍລິການ ແລະ ການຕະຫຼາດໃນຂະແໜງການທ່ອງ ທ່ຽວໃຫ້ ແຂວງສະຫວັນນະເຂດ-ແຂວງ ມຸກດາຫານ, ກອງປະຊຸມມອບໃຫ້ພາກລັດທັງ 3 ຝ່າຍ ສົ່ງເສີມຜູ້ປະກອບການດ້ານການທ່ອງ ທ່ຽວມີການຈັບຄູ່ທຸລະກິດໃຫ້ຖືກ ຕ້ອງຕາມລະບຽບກົດໝາຍບົນ ພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ການຮ່ວມມືດ້ານແຮງານ: ການປ້ອງກັນ ແລະແກ້ໄຂແຮງງານເຄື່ອນຍ້າຍແບບຜິດກົດໝາຍຂອງ 3 ແຂວງ 3 ປະເທດ, ຄຸ້ມຄອງ ແລະນຳໃຊ້ແຮງງານຕ່າງປະເທດຕະຫຼອດຮອດສິດຜົນປະໂຫຍດດ້ວຍສະຫວັດດີການຕ່າງໆທີ່ກຳນົດໄວ້ໃນກົດໝາຍຂອງແຕ່ລະປະເທດ,ປ້ອງກັນ ແລະແກ້ໄຂບັນຫາການຄ້າມະນຸດ ພ້ອມທັງການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ, ສົ່ງເສີມ, ສິ່ງ ອຳນວຍຄວາມສະດວກ ແລະການຮ່ວມມືດ້ານການພັດທະນາສີມືແຮງງານ,ສຳລັບການຮ່ວມມືທາງດ້ານການປະຊາສໍາພັນ, ກິດຈະກໍາ ສົ່ງເສີມ ແລະປະຊາສໍາພັນ: ກອງປະຊຸມເຫັນດີໃຫ້ໜ່ວຍງານດ້ານປະຊາສຳພັນ ແລະສື່ມວນຊົນທັງ 3 ປະເທດ ແລກປ່ຽນ ແລະເຜີຍແຜ່ຂໍ້ມູນໂດຍສະເພາະດ້ານການທ່ອງທ່ຽວ, ວັດທະນະທຳ, ການຄ້າ-ການລົງທຶນ, ແຮງງານ ແລະ ການພັດທະນາເສດ ຖະກິດ ແລະ ເຂດອຸດສາຫະກຳຢູ່ໃນ 3 ປະເທດ ເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນນອກຈາກນີ້ກໍ່ຍັງມີການຮ່ວມມືດ້ານອື່ນໆນຳອີກ.

  ຈາກນັ້ນ, ຄະນະນຳທັງ 3 ຝ່າຍກໍ່ໄດ້ຮ່ວມກັນລົງນາມໃສ່ບົດບັນທຶກສະບັບນີ້ໂດຍໄດ້ເຮັດເປັນ 3 ພາສາ ຊຶ່ງມີເນື້ອໃນ, ຄຸນຄ່າເທົ່າທຽມກັນໂດຍຊ່ອງໜ້າບັນດາຜູ້ແທນທີ່ເຂົ້າຮ່ວມ.

------------------

ໜັງສືພິມເສດຖະກິດ-ສັງຄຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444