5 ປີ ໄຊຍະ ມີຜູ້ເສຍຊີວິດຍ້ອນອຸບັດເຫດ 242 ຄົນ

  ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກພະແນກຕໍາຫຼວດຈະລາຈອນ ແລະສະກັດກັ້ນຕ້ານອັກຄີໄພ ຄະນະພັກຮາກຖານຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີໄດ້ໄຂຂຶ້ນໃນວັນທີ1ພະຈິກ 2019 ທີ່ສະໂມສອນກອງບັນຊາການ ປກສ ແຂວງໄດ້ຕີລາຄາສູງຕໍ່ວຽກງານການສັນຈອນ ແລະສະພາບອຸບັດເຫດຕາມທ້ອງຖະໜົນທີ່ນຳຜົນເສຍເຫຍມາສູ່ຊີວິດ, ສຸຂະພາບ ແລະຊັບສິນ ຂອງພົນລະເມືອງ ໂດຍການເປັນປະທານຂອງສະຫາຍ ພັທ ປານ ບຸນປອນ ເລາຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາຮ່າງລາຍງານ ການເມືອງ ແລະບົດສຳຫຼວດການ ນຳພາຂອງຄະນະໜ່ວຍພັກຊຶ່ງໄດ້ ສັງເກດຕີລາຄາດ້ານດີຜົນງານທີ່ ຍາດມາໄດ້, ດ້ານອ່ອນຂໍ້ຄົງຄ້າງ ໃນການເຄື່ອນໄຫວຊີ້ນຳໆພາຂອງຄະນະໜ່ວຍພັກຕະຫຼອດໄລຍະ 5 ປີຜ່ານມາຄະນະໜ່ວຍພັກພະແນກຕຳຫຼວດຈະລາຈອນ ແລະສະກັດກັ້ນ-ຕ້ານອັກຄີໄພໄດ້ເອົາໃຈໃສ່ຊີ້ນໍາໆພາກຳລັງວິຊາສະເພາະລົງໂຄສະນາເຜີຍແຜ່ລະບຽບການສັນຈອນໃຫ້ບັນດາຊັ້ນຄົນຕ່າງໆ ຢູ່ໂຮງຮຽນ, ກຸ່ມບ້ານເປົ້າໝາຍ ແລະບັນດາສໍານັກງານ-ອົງການ ໃນຂອບເຂດທົ່ວແຂວງໄດ້ 640 ຄັ້ງ, ມີຈໍານວນພົນເຂົ້າຮ່ວມທັງ ໝົດ 39.000 ກວ່າເທື່ອຄົນ, ສ່ວນ ອຸບັດເຫດເກີດຂຶ້ນທັງໜົດ 599 ຄັ້ງ, ພາຫະນະເປ່ເພເລັກນ້ອຍ 439 ຄັນ, ເປ່ເພສົມຄວນ 490 ຄັນ ແລະໃຊ້ການບໍ່ໄດ້ 91 ຄັນ; ຄົນໄດ້ຮັບບາດເຈັບເລັກນ້ອຍ 400 ຄົນ,ບາດເຈັບສົມຄວນ 390 ຄົນ, ບາດເຈັບສາຫັດ 211 ຄົນ ແລະເສຍຊີວິດ 242 ຄົນ ມູນຄ່າການ ເສຍຫາຍທັງໝົດ 13,16 ຕື້ກີບ, ໄດ້ກວດກາຄຸ້ມຄອງບັນດາປ້າຍລົດຖືກຕ້ອງຕາມລະບຽບຫຼັກການຕິດພັນກັບການບໍລິການຕິດປ້າຍລົດ, ພ້ອມທັງປະສານສົມທົບກັບ ບັນດາພາກສ່ວນທີ່ກ່ຽວຂ້ອງຂຶ້ນ ແຜນຜະລິດປ້າຍ ເພື່ອໃຫ້ທ່ວງທັນກັບເວລາ ແລະໄດ້ສົມທົບພະແນກ ຍທຂ ສອບເສັງໃບຂັບຂີ່ໃຫ້ນັກຂັບຂີ່ໄດ້ເປັນປົກກະຕິ, ໄດ້ລົງປະຈໍາປ່ອມ 1.389 ຄັ້ງ, ພົບເຫັນຜູ້ ລ່ວງລະເມີດທັງໝົດ 2.280 ຄົນ, ຍິງ 509 ຄົນ, ສຶກສາອົບຮົມໄດ້ 953 ຄົນ, ຂຽນໃບກ່າວເຕືອນໄດ້ 510 ຄົນ, ຂຽນໃບສັ່ງໄດ້ 410 ຄົນ,ນອກຈາກນັ້ນຍັງໄດ້ລົງໂຄສະນາວຽກງານສະກັດກັ້ນ ແລະຕ້ານ ອັກຄີໄພຢູ່ໂຮງຮຽນ ແລະກຸ່ມບ້ານໄດ້ 26 ແຫ່ງມີຜູ້ເຂົ້າຮ່ວມທັງໝົດ 13.500 ກວ່າເທື່ຶອຄົນ, ຍິງ 7.300 ກວ່າເທື່ອຄົນ, ຝຶກອົບຮົມວຽກງານສະກັດກັ້ນ-ຕ້ານອັກຄີໄພໃຫ້ບັນດາສຳນັກ ງານ-ອົງການ ແລະຫົວໜ່ວຍທຸລະກິດພາຍໃນເທສະບານເມືອງໄຊຍະບູລີ ໄດ້ 17 ຄັ້ງ ມີນັກສຳມະນາກອນມາຈາກບັນດາສຳນັກງານ- ອົງການ ແລະຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 336 ຄົນ, ຍິງ 110 ຄົນ.

 ຜົນການກວດກາຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກຕາມ 2 ມາດຖານ ສະມາຊິກພັກໄດ້ປະເພດແຂງ 27 ສະຫາຍ, ຍິງ 2 ສະຫາຍ, ມະຫາຊົນໄດ້ປະເພດດີ 3 ສະຫາຍ, ຍິງ 1 ສະຫາຍ, ປະເພດໜ່ວຍພັກໄດ້ໜ່ວຍພັກປອດໃສເຂັ້ມແຂງ ແລະໜັກແໜ້ນ.

ສະໜັບສະໜຸນໂດຍ: HONDA

  ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ຊຶ່ງມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພັຕ ພວງມະໄລ ແກ້ວບົວໂຮມ ເປັນເລຂາ, ສະຫາຍ ພັຕ ບຸນຈັນ ໄຊຍະວົງ ເປັນຮອງເລຂາ ແລະສະຫາຍ ພັຕ ພິລະໄຊ ສຸກຕະ ກຸນວົງ ເປັນຜູ້ກວດກາເພື່ອສືບຕໍ່ຊີ້ນໍາໆພາປະຕິບັດທິດທາງແຜນການ, ຄາດໝາຍສູ້ຊົນທີ່ມະຕິກອງປະຊຸມໃຫຍ່ຂອງຕົນວາງອອກໃຫ້ປາກົດຜົນເປັນຈິງ ແລະຮັບປະກັນໃຫ້ຮັກສາໄດ້ມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນໃນປີຕໍ່ໄປ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

__________

ຂຽນໂດຍສາຄອນ ໄຊສົມຮັກສາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444