6 ແຂວງພາກເໜືອສຳມະນາກ່ຽວກັບແຜນການ ແລະສະຖິຕິ

  ກະຊວງພາຍໃນຮ່ວມກັບ ພະແນກພາຍໃນແຂວງອຸດົມໄຊ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານແຜນການ ແລະສະຖິຕິຂອງຂະແໜງພາຍໃນໃຫ້ 6 ແຂວງພາກເໜືອ ໃນວັນທີ 5 ພະຈິກນີ້ ຢູ່ທີ່ຫ້ອງປະຊຸມພະແນກພາຍໃນ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຫົວໜ້າກົມແຜນການ ແລະ ການ ຮ່ວມມືກະຊວງພາຍໃນ, ທ່ານ ດວງຈັນ ບຸດນາໂຄ ຮອງຫົວໜ້າພະແນກພາຍໃນແຂວງອຸດົມໄຊມີຫົວໜ້າ, ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານວິຊາການທີ່ເຮັດວຽກງານແຜນການ ແລະ ສະຖິຕິຂອງພະແນກພາຍໃນຈາກ 6 ແຂວງພາກເໜືອຄືແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ແລະແຂວງອຸດົມໄຊເຂົ້າຮ່ວມ.

  ທ່ານ ນິສິດ ແກ້ວປັນຍາ ກ່າວວ່າວຽກງານແຜນການ ແລະສະຖິຕິເປັນວຽກງານໜຶ່ງທີ່ມີຄວາມຈຳເປັນ ແລະສຳຄັນເປັນຢ່າງຍິ່ງໃນການດຳລົງຊີວິດປະຈຳວັນ ແລະການຊີ້ນຳໆພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມສຳເລັດຕາມຈຸດປະສົງ ແລະລະດັບຄາດໝາຍທີ່ກຳນົດໄວ້,ການຈັດຕັ້ງປະຕິບັດວຽກງານປົກກະຕິທີ່ມີການກຳນົດແຜນການ ແລະວັດຖຸປະສົງທີ່ຊັດເຈນມັນແມ່ນການນຳພາເຄື່ອນໄຫວວຽກງານທີ່ມີວິທະຍາສາດ ແລະ ທັນສະໄໝ, ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວກົມແຜນການ ແລະການຮ່ວມມືກະຊວງພາຍໃນຈຶ່ງໄດ້ຈັດກອງປະຊຸມສຳມະນານີ້ຂຶ້ນເພື່ອເພີ່ມທະວີຄວາມສາມາດໃນວຽກງານດັ່ງ ກ່າວໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງຂອງພະແນກພາຍ ໃນ 6 ແຂວງພາກເໜືອ.

  ກອງປະຊຸມສຳມະນາຈະໄດ້ສຸມໃສ່ບາງບັນຫາທີ່ສຳຄັນຄືຮັບຟັງການລາຍງານວຽກງານແຜນການ ແລະສະຖິຕິທີ່ຜ່ານມາ ແລະທິດທາງຕໍ່ໜ້າ,ສະຫຼຸບແຜນການ 5 ປີຄັ້ງທີ 1 ແລະທິດທາງການສ້າງແຜນ 5 ປີຄັ້ງທີ 2 ຂອງຂະແໜງພາຍໃນ, ເຜີຍແຜ່ຂໍ້ຕົກລົງເລກທີ 4000/ກງ ວ່າດ້ວຍກຳນົດໝາຍລາຍຈ່າຍ ,ກ່ຽວກັບກຳນົດໝາຍລາຍ ຈ່າຍ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ, ການຈັດຕັ້ງປະຕິບັດວຽກງານສະຖິຕິໃນໄລຍະແຕ່ປີ 2015-2019 ແລະ ທິດທາງແຜນວຽກສະຖິຕິ 5 ປີ ແຕ່ປີ 2020-2025, ນິຕິກຳວຽກງານສະຕິຂະແໜງການພາຍໃນ, ຮ່າງຍຸດທະສາດວຽກງານຊົນເຜົ່າ,ນຳສະເໜີວິທີການ-ຮູບແບບການຂຽນບົດສະເໜີໂຄງການ ແລະ ບາງມາດຕາຂອງກົດໝາຍການລົງທຶນພ້ອມນີ້ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສົນທະນາແລກປ່ຽນຄຳຄິດຄຳເຫັນຕໍ່ກັບບັນດາເນື້ອໃນທີ່ມານຳສະເໜີ ຊຶ່ງກອງປະຊຸມແມ່ນຈະດຳເນີນເປັນເວລາ 3 ວັນຈິ່ງສຳເລັດ.

-------------

ໜັງສືພິມເສດຖະກິດ-ສັງຄຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444