ໄອໂຟນ 11 ໂປຣແມັກຊເປັນສະມາດໂຟນດີທີ່ສຸດ

Cosumer Reports ອົງກອນທີ່ບໍ່ສະແຫວງຫາຜົນກຳໄລກ່າວວ່າ iPhone 11 Pro Max ມີການພັດທະນາຈາກ iPhone XSMax ເຮືອທຸງເມື່ອປີທີ່ແລ້ວຢ່າງ ໜ້າພໍໃຈ ແລະສາມາດຜ່ານການທົດສອບໄດ້ເປັນຢ່າງດີ.

ດ້ານການທົດສອບແບັດເຕີຣີ ຂອງ Consumer Reports ພົບວ່າ iPhone 11 Pro Max ສາມາດຢູ່ໄດ້ດົນເຖິງ 40,5 ຊົ່ວໂມງ ເມື່ອທຽບກັບ iPhone XS Max ທີ່ຢູ່ໄດ້ເຖິງ 29,5 ຊົ່ວໂມງ ສ່ວນ iPhone 11 Pro ຢູ່ໄດ້ເຖິງ 34 ຊົ່ວໂມງ ໃນຂະນະທີ່ iPhone XS  ຢູ່ໄດ້ດົນ 27,5 ຊົ່ວໂມງ  ແລະ ທ້າຍສຸດຄື iPhone 11 ຢູ່ໄດ້ດົນເຖິງ 28 ຊົ່ວໂມງພັດທະນາຈາກ iPhone XR ພຽງເລັກນ້ອຍ ເທົ່ານັ້ນ.

ປະສິດທິພາບຂອງກ້ອງຄືຈຸດ ເດັ່ນທີ່ຊັດເຈນຂອງ iPhone 11 ຊີຣີ Consumer Report ຍົກໃຫ້ iPhone 11 Pro ແລະ iPhone 11 Pro Max ມີຄະແນນພາບນິ້ງໄດ້ດີທີ່ສຸດລວມທັງ ການຖ່າຍວິດີໂອກໍເຮັດໄດ້ດີເໝືອນ ກັນໃນສ່ວນຂອງສະເປັກພາຍໃນ iPhone 11 ຊີຣີຂັບເຄື່ອນດ້ວຍ ຊິບປະມວນຜົນ Apple A13 Bionic ມີປະສິດທິພາບທີ່ສູງ ຫຼາຍແຮງຍິ່ງກວ່າສະມາດໂຟນ Android ລະດັບເຮືອທຸງທັງໝົດທີ່ເປີດໂຕມາໃນປີດຽວກັນ ໂດຍ Consumer Reports ລະບຸວ່າ Apple A13 Bionic ສາມາດ ສະແດງປະສິດທິພາບໄດ້ຢ່າງຊັດ ເຈນຕັດຕໍ່ວິດີໂອ 4K ຫຼື ການຫຼິ້ນ ເກມດ້ານຄວາມເຂັ້ມແຂງຂອງຕົວ ເຄື່ອງ iPhone 11 ແລະiPhone 11 Pro  ພົບວ່າຕົວເຄື່ອງຖືກຫຼາຍ ຂຶ້ນສາມາດຜ່ານການທົດສອບ drop test ໄດ້ຫຼາຍຄັ້ງ.

ໂດຍລວມແລ້ວ CosumerReports ລະບຸວ່າ “ຄ່ອນຂ້າງ ປະທັບໃຈກັບ iPhone 11 ປີນີ້” ເຖິງວ່າຈະບໍ່ມີ 5G ຊຶ່ງອາດເປັນ ປັດໄຈໃຫ້ຫຼາຍຄົນເລືອກຊື້ສະມາດ ໂຟນ ແຕ່ເຖິງຢ່າງນັ້ນ iPhone 11 ກໍເປັນສະມາດໂຟນທີ່ມີສັກກະຍະ ພາບສູງ ແລະທັນສະໄໝຫຼາຍທີ່ສຸດ.

iPhone 11 Pro Max ເປັນ iPhone ທີ່ສາມາດຂຶ້ນແທນເປັນ ອັນດັບໜຶ່ງຂອງ Consumer Reports ໄດ້ໃນໄລຍະຫຼາຍປີທີ່ຜ່ານມາຄືປີທີ່ແລ້ວ iPhone XS Max ກໍພ່າຍແພ້ໃຫ້ກັບ Galaxy Note 9 ໄປ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄຄົມ