ຈອງກຸກ ເກີດອຸບັດເຫດລົດຕໍາກັບລົດແທັກຊີ

  ສຳນັກງານຕຳຫຼວດນະ ຄອນຫຼວງເຊອູນຂອງ ສ.ເກົາຫຼີເປີດເຜີຍໃນວັນທີ 4 ພະຈິກ ທີ່ຜ່ານ ມາ ວ່າກຳລັງສອບສວນ ຈອນ ຈອງກຸກ ນັກຮ້ອງ ສ.ເກົາຫຼີ ອາຍຸ 22 ປີ ສາມາຊິກວົງ ບີທີເອສ ກ່ຽວກັບອຸບັດເຫດຕາມທ້ອງຖະໜົນ ທີ່ເຮັດໃຫ້ທັງ ຈອງກຸກ ແລະຄົນ ຂັບລົດແທັກຊີໄດ້ຮັບບາດເຈັບ.

ດ້ານຕົ້ນສັງກັດຂອງ ຈອງກຸກ ອອກຖະແຫຼງການລະບຸວ່າ ຈອງ ກຸກ ຍອມຮັບວ່າຕົນເອງເປັນຜູ້ເຮັດໃຫ້ເກີດອຸບັດເຫດຄັ້ງນີ້ເພາະຝ່າຝືນກົດຈະລາຈອນແຕ່ໄກ່ເກ່ຍກັບຄົນຂັບລົດແທັກຊີແລ້ວ, ເຮົາຕ້ອງຂໍໂທດຜູ້ເສຍຫາຍອີກຄັ້ງ ແລະຂໍ ໂທດແຟນເພງທີ່ເຮັດໃຫ້ເປັນຫ່ວງ, ສ່ວນຕຳຫຼວດທ່ານໜຶ່ງລະບຸວ່າກໍລະນີນີ້ເປັນເລື່ອງເລັກນ້ອຍເພາະບໍ່ໄດ້ເກີດຄວາມເສຍຫາຍຕໍ່ຮ່າງ ກາຍ ແລະຊັບສິນເລື່ອງນີ້ບໍ່ໄດ້ ເກີດຈາກການເມົາແລ້ວຂັບ ຫຼື ເປັນ ເລື່ອງທີ່ຮ້າຍແຮງແຕ່ຢ່າງໃດ, ໂດຍ ອຸບັດເຫດດັ່ງກ່າວເກີດຂຶ້ນໃນວັນທີ 3 ພະຈິກ ທີ່ຜ່ານມາ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄຄົມ