ພອຍໄພລິນ ຮ່ວມສອບເສັງກຳມະການເພາະກາຍລະດັບໂລກ

  ສະຫະພັນເພາະກາຍແຫ່ງຊາດລາວໄດ້ສົ່ງຄະນະຄູຝຶກ ແລະນັກກີລາເພາະກາຍທີມຊາດລາວໄດ້ອອກເດີນທາງໄປແຂ່ງຂັນເພາະກາຍຊີງແຊ້ມໂລກທີ່ປະເທດເກົາຫຼີໃຕ້ລະຫວ່າງວັນທີ 5-11 ພະຈິກ 2019 ແລະເປັນທີ່ຈັບຕາຫຼາຍທີ່ສຸດຄື: ທ່ານນາງ ພອຍ ໄພລິນ ພັນທະລີ ເຈົ້າຂອງອັນດັບ 3 ໃນການແຂ່ງຂັນກີລາເພາະກາຍຊີງແຊ້ມ World Bodybuilding ຄັ້ງທີ 10 ທີ່ຊຽງໃໝ່ ປະເທດໄທ 2018 ທີ່ຜ່ານມາ.

ພາບຂ່າວ:

 ສະໜັບສະໜຸນໂດຍ: HONDA

 ເພື່ອໄປສອບເສັງບັນຈຸກຳມະການຕັດສິນເພາະກາຍສະຫະພັນໂລກໃນລາຍການດັ່ງກ່າວຖ້າຫາກ ເສັງຜ່ານສາວ ພອຍໄພລິນ ຈະກາຍເປັນກຳມະການເພາະກາຍລາວຄົນທີ 2 ທີ່ເສັງຕິດລະດັບ ໂລກຕໍ່ຈາກທ່ານ ກົງປະເສີດ ແພງ ແສນ ທີ່ເສັງຜ່ານເປັນຄົນທຳອິດ, ໃນການເດີນທາງໄປຄັ້ງນີ້ປະກອບມີ: 1.ທ່ານ ນາງ ພອຍໄພລິນ ພັນທະລີ ໄປສອບເສັງບັນຈຸກຳມະການຕັດສິນເພາະກາຍສະຫະພັນໂລກ, 2.ທ້າວ ສັນຕິສຸກ ດວງ ແກ້ວມະນີ ຈະລົງແຂ່ງຂັນລຸ້ນ men model physiqe up to 175 cm, 3. ທ່ານ ກົງປະເສີດ ແພງແສນ ເຂົ້າຮ່ວມຕັດສິນສະຫະພັນເພາະກາຍໂລກ ແລະ 4. ທ່ານ ອາພິຊາດ ພັນທະລີຄູຝຶກນັກກີລາທັງເປັນຜູ້ປະສານງານການເດີນທາງ.

ພາບຂ່າວ:

-------------------

ໜັງສືພິມເສດຖະກິດ-ສັງຄົມ