ເປີດຂະບວນການແຂ່ງຂັນກີລາ ຕ້ອນຮັບກອງປະຊຸມໃຫຍ່

  ພິທີເປີດຂະບວນການແຂ່ງຂັນກີລາມິດຕະພາບຂອງຫ້ອງການເມືອງທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ ຜ່ານມາທີ່ເດີ່ນຂອງຫ້ອງການເມືອງ ໂດຍການເປັນປະທານຂອງທ່ານ ພັນໂທ ສົມໄຈ ສີສະຫວັດ ຮອງຫົວໜ້າຫ້ອງການເມືອງທະຫານແຂວງ, ມີຄະນະພັກ-ຄະນະບັນຊາຕາງໜ້າຈາກອົງການອ້ອມຂ້າງ, ພະແນກການ ແລະພະນັກງານ-ນັກຮົບພາຍໃນຫ້ອງການເມືອງເຂົ້າຮ່ວມ.

ການແຂ່ງຂັນກີລາຄັ້ງນີ້ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງ VII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງ ພະບາງ ແລະວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ, ກີລາທີ່ຈະນໍາມາແຂ່ງຂັນໃນຄັ້ງນີ້ ມີກີລາບານເຕະ, ບານສົ່ງຍິງ-ຊາຍ, ກີລາເປຕັງຍິງ-ຊາຍ, ໃນນີ້ມີທີມນັກກີລາຈາກໜ່ວຍພັກພະນັກງານ, ໜ່ວຍພັກປ້ອງກັນພາຍໃນ, ໜ່ວຍພັກປະກັນສັງຄົມ, ໜ່ວຍພັກໂຄສະນາ ແລະຈາກໜ່ວຍພັກຫ້ອງການບໍລິຫານເຂົ້າຮ່ວມແຂ່ງຂັນ,ລາງວັນທີ 1 ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ແສນກີບ, ທີ 2 ຂັນ 1 ໜ່ວຍ ພ້ອມເງິນ ສົດ 2 ແສນກີບ ຊຶ່ງເລີ່ມແຂ່ງຂັນ ນັບແຕ່ວັນທີ 1-ວັນທີ 25 ພະຈິກ 2019.

  ທ່ານ ພັນໂທ ສົມໄຈ ສີສະຫວັດ ໄດ້ກ່າວວ່າ: ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະຂອງກອງທັບໂດຍສະເພາະແມ່ນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ທັງເປັນການຜູກແໜ້ນຄວາມສາມັກຄີໄມຕີ ຈິດມິດຕະພາບເຊິ່ງກັນ ແລະກັນລະຫວ່າງການຈັດຕັ້ງໜ່ວຍພັກ, ພະແນກການ, ພະນັກງານ-ນັກຮົບພາຍໃນຫ້ອງການເມືອງ, ທັງເປັນການຄັດເລືອກເອົານັກກີລາແຕ່ ລະປະເພດເພື່ອສົ່ງເຂົ້າແຂ່ງຂັນຂະບວນການກີລາຂອງກອງບັນຊາການ ແລະ ຍັງເປັນການຝຶກກໍາລັງແຮງກາຍຂອງນາຍ ແລະ ພົນທະຫານໃຫ້ມີສຸຂະພາບທີ່ແຂງແຮງ, ກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

-------------------

ໜັງສືພິມເສດຖະກິດ-ສັງຄົມ