ກຽມສ້າງພາກແຍກເລື່ອງລາວ 300 ປີກ່ອນ Game of Thrones

ຫຼັງຈາກຊີຣີເລື່ອງ Game of Thrones ລາຈາກໜ້າຈໍພ້ອມກັບຕອນຈົບທີ່ສະເທືອນຄວາມຮູ້ ສຶກຂອງຫຼາຍໆຄົນຫຼ້າສຸດ HBO ປະກາດກຽມສ້າງພາກແຍກທີ່ໃສ່ ຊື່ວ່າ  House of the Dragon ຊຶ່ງເປັນເລື່ອງລາວກ່ອນເກີດເຫດການໃນເລື່ອງ Game of Thrones .

ໂດຍຊີຣີພາກແຍກ House of the Dragon ເປັນເລື່ອງລາວ ທີ່ເກີດຂຶ້ນປະມານ 300 ປີ ກ່ອນເຫດການ Game of Thrones ຊຶ່ງຊີຣີເລື່ອງນີ້ຈະມີພື້ນຖານຈາກ ໜັງສືເລື່ອງ Fire & Blood ຂອງຈອນອາ ອາມາຕິນ ພ້ອມ ທັງເວົ້າເຖິງເລື່ອງລາວຂອງ HouseTargaryen, ເຖິງແມ່ນວ່າທາງ HBO ຈະຍັງບໍ່ໄດ້ປະກາດວ່າ House of the Dragon ຈະລົງອອນແອໃຫ້ໄດ້ເບິ່ງເມື່ອໃດແຕ່ທາງສື່ຮອນລີວູດກໍເລີ່ມມີລາຍ ງານອອກມາແລ້ວວ່າໜ້າຈະໄດ້ຊົມກັນໃນເດືອນພຶດສະພາ ປີ 2020 ແລະໄດ້ມີການໃຫ້ນາໂອມິ ວັດມາຮັບບົດນໍາແຕ່ຢ່າງໃດກໍຕາມຍັງ ບໍ່ມີການຢືນຢັນຈາກ HBO ແຕ່ ຢ່າງໃດ, ສ່ວນການຖ່າຍທຳລະບຸ ວ່າຕອນທຳອິດຂອງຊີຣີໄດ້ມີການຖ່າຍທຳໄປແລ້ວທີ່ Northern Ireland ຕັ້ງແຕ່ຕົ້ນປີນີ້.

-----------------

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ