ມອບ-ຮັບໜ້າທີ່ປະທານກວດກາພັກ-ລັດແຂວງຫຼວງນໍ້າທາ

  ວັນທີ 4 ພະຈິກ 2019 ຢູ່ ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າປະທານກວດກາພັກ-ປະທານອົງການກວດກາລັດ ແຂວງຫຼວງນໍ້າທາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີກຳມະການປະຈຳພັກ ແຂວງກຳມະການພັກ ແຂວງສະພາປະຊາຊົນແຂວງຫົົວໜ້າພະແນກ-ຮອງຫົວໜ້າພະແນກການ ອ້ອມຂ້າງແຂວງ 2 ກອງບັນຊາ ການກວດການພັກ-ລັດ 5 ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

  ທ່ານ ຄໍາເລົ່າ ແກ້ວລະກໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 813/ຈຂ ລົງວັນທີ 4 ພະຈິກ 2019 ແລະເຈົ້າແຂວງໆຫຼວງນໍ້າທາຕົກລົງແຕ່ງຕັ້ງທ່ານ ຄຳຟອງ ອີນມະນີ ກຳມະການປະຈຳພັກແຂວງປະທານສານປະຊາຊົນແຂວງຍົກຍ້າຍໄປຮັບໜ້າທີ່ໃໝ່ເປັນປະທານອົງການກວດກາພັກ-ລັດແຂວງຫຼວງນໍ້າທາ, ຈາກນັ້ນທ່ານ ບຸນທອນ ສີສະຫວັນ ຮອງປະທານຮັກສາການປະທານກວດກາພັກ-ອົງການກວດກາລັດແຂວງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານພາຍໃນຄະນະກວດກາພັກ-ອົງການກວດກາລັດແຂວງໄລຍະຮັກສາການແທນປະທານເປັນຕົ້ນແມ່ນວຽກງານຕິດຕາມ, ກວດກາພັກ-ລັດ, ການປະຕິບັດກົດລະ ບຽບຂອງພັກການກໍ່ສ້າງຂະຫຍາຍພັກຊຶ່ງມາຮອດປະຈຸບັນທົ່ວແຂວງມີ 5 ອົງຄະນະພັກເມືອງ 2 ອົງຄະນະພັກກອງບັນຊາການ 83 ຄະນະພັກຮາກຖານມີ 623 ໜ່ວຍພັກສະມາຊິກພັກທັງໝົດ 12.056 ສະຫາຍຍິງ 3.280 ສະຫາຍຕິດຕາມການຄຸ້ມຄອງນຳໃຊ້ເງິນສະຖິຕິພັກຢ່າງເປັນປົກກະຕິໃຫ້ຖືກຕ້ອງ.

  ໂອກາດດັ່ງກ່າວໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ປະທານກວດກາພັກ-ປະທານອົງການກວດກາລັດລະຫວ່າງທ່ານ ບຸນທອນ ສີສະຫວັນ ຮອງປະທານຮັກສາການກວດກາພັກ-ອົງການ ກວດກາລັດຜູ້ເກົ່າ ແລະທ່ານ ຄຳຟອງ ອີນມະນີ ກຳມະການປະຈຳພັກແຂວງປະທານກວດກາພັກ-ລັດຜູ້ໃໝ່ໂດຍຊ່ອງໜ້າ ທ່ານ ຄຳໄຫຼ ສີປະເສີດຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວເຂົ້າເປັນສັກຂີພິຍານ.

ສະໜັບສະໜຸນໂດຍ: HONDA

  ຈາກນັ້ນທ່ານຮອງເຈົ້າແຂວງໆ ຫຼວງນໍ້າທາໄດ້ໃຫ້ກຽດໂອ້ລົມໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດວຽກງານກວດກາພັກ-ອົງການກວດກາລັດແຂວງໃນໄລຍະຜ່ານມາພ້ອມທັງເນັ້ນໜັກຫຼາຍບັນຫາໂດຍສະເພາະແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດສາມັກຄີທັງພາຍໃນ ແລະພາຍນອກໃຫ້ແໜ້ນແຟ້ນສືບຕໍ່ຈັດ ຕັ້ງປະຕິບັດຫຼັກການ ນຳພາຂອງພັກລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະປະຕິບັດພາລະບົດບາດສິດໜ້າທີ່ໆ ຂັ້ນເທິງມອບໝາຍໃຫ້ມີຄວາມເຂັ້ມແຂງ ແລະສຳ ເລັດຕາມລະດັບຄາດໝາຍແນໃສ່ເຮັດໃຫ້ວຽກງານກວດກາພັກ-ອົງການກວດກາລັດມີຄວາມໜັກແໜ້ນເຂັ້ມແຂງໂປ່ງໃສ ແລະຖືກຕ້ອງຕາມລະບຽບກົດໝາຍ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

-----------------

ໜັງສືພີມເສດຖະກິດ-ສັງຄົມ