ຜູ້ໃຫ້ທຶນ ທລຍ ຕິດຕາມ ແລະປະເມີນໂຄງການຢູ່ເມືອງສະໝ້ວຍ

  ເມື່ອບໍ່ດົນມານີ້ຄະນະທີມງານຈາກທະນາຄານໂລກຜູ້ໃຫ້ທຶນກອງທຶນຫຼຸດຜ່ອນຄວາມທຸກຍາກຢູ່ແຂວງສາລະວັນໄດ້ລົງເຄື່ອນໄຫວ, ຕິດຕາມ, ກວດກາ ແລະປະເມີນຜົນການຈັດຕັ້ງປະຕິບັດໂຄງການຂອງ ທລຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງຢູ່ບ້ານກະເລັງເມືອງສະໝ້ວຍນຳໂດຍ ທ່ານ ອີລິກກາເວວ ຈອນເຊີນ ຫົວໜ້າທີມງານຈາກທະນາຄານໂລກ,ທ່ານ ນາງ ມີເຊວຮາຣາຣິ ຫົວໜ້າທີມງານອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ ເຊີແລນພ້ອມຄະນະ, ທ່ານ ວິໄລສັກ ພົມພັກດີ ຮອງເຈົ້າເມືອງໆ ສະໝ້ວຍ ແລະບັນດາກະຊວງ ຕ່າງໆທີ່ກ່ຽວຂ້ອງພ້ອມດ້ວຍ ທລຍ ສູນກາງ, ທ້ອງຖິ່ນ, ພາກສ່ວນທີ່ ກ່ຽວຂ້ອງຂັ້ນແຂວງ, ເມືອງຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າ ຮ່ວມ.

  ທ່ານ ກົນຮ້າຍ ສາຍກະເລັງ ຮອງນາຍບ້ານໆກະເລັງລາຍງານກ່ຽວກັບຜົນການປະຕິບັດໂຄງການທີ່ຊຸມຊົນເປັນເຈົ້າການປະຕິເອງ, ບໍລິຫານ-ຈັດການເອງໂດຍການສະ ໜັບສະໜູນທຶນຂອງ ທລຍ ໃນການດຳເນີນການກໍ່ສ້າງ ຊົນລະປະທານຂະໜາດນ້ອຍ 8x5 ແມັດ, ສູງ 1 ແມັດ, ຄອງຊົນລະປະທານ 300 ແມັດແລະຄອງ ສົ່ງເຂົ້າເນື້ອທີ່ນາ 48 ແມັດ, ຊຶ່ງ ມີທຶນການກໍ່ສ້າງທັງໝົດ 136 ລ້ານກວ່າກີບ, ໃນນັ້ນທຶນຂອງ ທລຍ 125 ລ້ານກວ່າກີບ ແລະທຶນຂອງຊຸມຊົນປະກອບສ່ວນ 10 ລ້ານກວ່າກີບ, ຊຶ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 10 ເມສາ-27 ມິຖຸນາ 2019 ເປັນເວລາ 3 ເດືອນ ຈຶ່ງສຳເລັດ ແລະໄດ້ນຳໃຊ້ແຮງງານທັງໝົດ 342 ຄົນ,ຍິງ 100 ກວ່າຄົນ, ທັງໄດ້ ຈ່າຍຄ່າແຮງງານກຳມະກອນຊຸມ ຊົນ 17 ລ້ານກວ່າກີບ, ຄ່າວັດ ສະດຸ 43 ລ້ານກວ່າກີບ, ຄ່າຊ່າງ 8 ລ້ານກວ່າກີບ ໂດຍແມ່ນປະຊາ ຊົນພາຍໃນບ້ານ ແລະອື່ນໆລວມທັງໝົດ 90 ລ້ານກວ່າກີບ; ພາຍຫຼັງສຳເລັດໂຄງການແລ້ວທຶນການກໍ່ສ້າງຍັງເຫຼືອ 34 ລ້ານກວ່າກີບ, ໃນນັ້ນຊຸມຊົນໄດ້ເຫັນດີໝູນໃຊ້ເປັນກອງທຶນພັດ ທະນາບ້ານ 20 ລ້ານ ກີບ ແລະອີກ 12 ລ້ານກວ່າກີບ ຈະຂໍສືບຕໍ່ກໍ່ສ້າງຄອງເບຕົງຊົນ ລະປະທານຕື່ມອີກ; ໂຄງການ ຊົນລະປະທານແຫ່ງນີ້ມີຄວາມສາ ມາດຫົດເນື້ອທີ່ນາຂອງປະຊາຊົນ ໄດ້ 10 ກວ່າເຮັກຕາ ໃນບ້ານກະ ເລັງ, ໂດຍມີພົນລະເມືອງທັງໝົດ 312 ຄົນ, ຍິງ 143 ຄົນ, ມີ 58 ຄອບຄົວ, ໃນນັ້ນຄອບຄົວຜູ້ ທຸກຍາກທີ່ສຸດ 25 ຄອບຄົວ, ທຸກ 26 ຄອບຄົວ, ປະຊາຊົນສ່ວນ ໃຫຍ່ມີອາຊີບປູກຝັງ ແລະລ້ຽງສັດ, ຜ່ານມາບ້ານດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກ ທລຍ 2 ໂຄງການຄື: ກໍ່ສ້າງສະໂມ ສອນຊຸມ ຊົນໃນປີ 2008 ແລະກໍ່ສ້າງຫໍ ພັກຄູ ປີ 2009 ຜ່ານການດໍາ ເນີນໂຄງການດັ່ງກ່າວສາມາດ ສ້າງສີມືແຮງງານໃຫ້ແກ່ນາຍ ຊ່າງຊຸມຊົນ, ສ້າງໃຫ້ບ້ານມີຄວາມເຂັ້ມແຂງ, ສາມາດບໍລິຫານເງິນ ແລະເຂົ້າໃຈຮູບແບບການຈັດຕັ້ງ ປະຕິບັດວຽກງານຕ່າງໆໄດ້ດີ, ສ້າງລາຍຮັບແກ່ຄອບຄົວທຸກຍາກໄດ້ໃຊ້ແກ້ໄຂຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນເທື່ອລະກ້າວ,

  ສະໜັບສະໜຸນໂດຍ: HONDA

ຈາກນັ້ນບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ປະກອບຄຳຄິດເຫັນ ແລະສອບຖາມພາກການຈັດຕັ້ງປະຕິບັດຕົວຈິງຂອງປະຊາຊົນ, ທັງ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້. ໂອກາດດຽວກັນນັ້ນ, ຜູ້ໃຫ້ທຶນກໍ່ໄດ້ລົງຕິດຕາມ, ກວດກາໂຄງການຢູ່ພາກສະໜາມ, ເບິ່ງຄວາມເປັນຈິງເພື່ອປະເມີນຄວາມອາດສາມາດໃນການນຳໃຊ້ເຂົ້າໃສ່ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ,ໃຫ້ກາຍເປັນທ່າແຮງທີ່ສຳຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນບ້ານ,ພ້ອມທັງຕີລາຄາໝາກຜົນການຈັດຕັ້ງປະຕິບັດໂດຍຊຸມຊົນເປັນຜູ້ລົງມືກໍ່ສ້າງເອງ ແລະເພື່ອຖອດຖອດເອົາບົດຮຽນຕ່າງໆສືບຕໍ່ນຳ ໄປຈັດຕັ້ງປະຕິບັດໃນບ້ານອື່ນໆ ອີກ.

----------------

ໜັງສືພີມເສດຖະກິດ-ສັງຄົມ