ປະກາດໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ ຂຶ້ນເປັນວິທະຍາໄລ

ໂດຍ: ກິ່ງລັດຕະນະ

   ພິທີເປີດປ້າຍປະກາດການຍົກລະດັບໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງຂຶ້ນເປັນວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະສະເຫຼີມສະຫຼອງຄົບຮອບ 31 ປີໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາກະຊວງສຶກສາທິການ ແລະ ກີລາ, ທ່ານ ກຽດຕິ ຄຸນຊາດ ປະເສີດເອກອັກຄະລາຊະທູດໄທ, ທ່ານບຸນມາ ຈັນທະວົງຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ມີບັນດາຄູອາຈານ, ແຂກຖືກເຊີນ ແລະນັກສຶກສາເຂົ້າຮ່ວມ.

   ທ່ານຈິດຕະກອນ ສີຊານົນຮອງຜູ້ອຳນວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງລາຍງານການເຄື່ອນໄຫວວ່າ: ວິທະຍາໄລດັ່ງກ່າວໄດ້ເລີ່ມສ້າງຂຶ້ນໃນປີ ຄສ 1985 ມີເນື້ອທີ່ທັງໝົດ 13 ເຮັກຕາ,ເລີ່ມເປີດການຮຽນການສອນລະບົບຊັ້ນກາງໃນປີ 1987 ໄດ້ຮັບການອະນຸມັດໃຫ້ເປີດສອນຫຼັກສູດປະກາສະນີຍາບັດຊັ້ນສູງໃນປີ 2008, ສົກຮຽນ 2014-15 ໄດ້ເປີດສອນສາຂາສ້ອມແປງກົນຈັກກະສິກໍາພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະ  (STVET) ແລະໃນສົກຮຽນ 2016-2017 ໄດ້ຮັບອະນຸຍາດໃຫ້ທົດລອງການຮຽນການສອນຫຼັກສູດອາຊີວະສຶກສາແບບຄວບຄູ່ (DCT) ໃນຂະແໜງກະສິກໍາພາຍໃຕ້ການສະໜັບສະໜູນໂຄງການ VELA COMPONENT2 (GIZ) ແລະໃນສົກປີ 2017-2018 ໂຮງຮຽນເຕັກນິກກະສິກຳດົງຄຳຊ້າງໄດ້ຮັບການຍົກລະດັບໃຫ້ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ສະບັບເລກທີ 1441/ສສກ, ລົງວັນທີ 10 ເມສາ 2018. ປະຈຸບັນວິທະຍາໄລເຕັກນິກກະສິກຳດົງຄຳຊ້າງປະກອບມີ 4 ພາກວິຊາສະເພາະຫຼັກຄື: ປູກຝັງ, ລ້ຽງສັດ, ປ່າໄມ້ ແລະ ກົນຈັກກະກໍາໃນນັ້ນປະກອບມີ 8 ສາຂາອາຊີບ, ມີພະນັກງານທັງໝົດ 81 ຄົນ, ຍິງ 34 ຄົນ, ມີນັກສຶກສາ 751 ຄົນ, ຍິງ 271 ຄົນ.

   ຕະຫຼອດໄລຍະເວລາ 31 ປີທີ່ຜ່ານມາວິທະຍາໄລເຕັກນິກກະສິກຳດົງຄຳຊ້າງໄດ້ຮັບການຊີ້ນຳໂດຍກົງຈາກກົມອາຊີວະສຶກສາໂດຍຖືເອົາວຽກງານພົວພັນ ແລະຮ່ວມມືກັບອົງການຈັດຕັ້ງຕ່າງໆຂອງສາກົນເປັນວຽກງານໜຶ່ງທີ່ມີຄວາມສຳຄັນຕໍ່ການພັດທະນາວິທະຍາໄລໃນແຕ່ລະໄລຍະໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານເຢຍລະມັນ, ລັດຖະບານໄທ ແລະທະນາຄານ ADB.

   ໃນພິທີເປີດປ້າຍປະກາດເປັນວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະສະເຫຼີມສະຫຼອງຄົບຮອບ 31 ປີປະກອບດ້ວຍການຢ້ຽມຊົມກິດຈະກໍາສູນຮຽນຮູ້, ການວາງສະແດງສິນຄ້າກະສິກໍາ ແລະການສະແດງສີລະປະວັນນະຄະດີທີ່ຕິດພັນກັບວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ນອກຈາກນັ້ນໃນພິທີຍັງໄດ້ມີການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ກັບກົມກອງ ແລະບຸກຄົນດີເດັ່ນນໍາອີກໃນນັ້ນຫຼຽນໄຊແຮງງານຂອງປະທານປະເທດຊັ້ນ 2 ມີ3 ທ່ານ ແລະຊັ້ນ 3 ມີ 4 ທ່ານ; ຫຼຽນການແຮງງານຂັ້ນລັດຖະບານມີ 6 ທ່ານ, ໃບຍ້ອງຍໍ 8 ທ່ານ ແລະໃບຍ້ອງຍໍຂັ້ນກະຊວງສຶກສາ 16 ທ່ານ.