ມົນລະພິດທາງອາກາດອິນເດຍເຂົ້າຂັ້ນວິກິດໜັກ

  ຄ່າຝຸ່ນລະອອງ PM 2.5 ໃນນະຄອນຫຼວງຂອງອິນເດຍເຂົ້າຂັ້ນວິກິດໜັກສຸດໃນຮອບ 3 ປີ ແລະສູງເກີນມາດຕະຖານຈົນບໍ່ສາມາດວັດແທກໄດ້ສົ່ງຜົນເຮັດໃຫ້ຖ້ຽວບິນບໍ່ສາມາດລົງຈອດໄດ້ຂະນະທີ່ລັດຖະບານສັ່ງປິດໂຮງຮຽນ 12 ແຫ່ງ.

 ຕາມຂ່າວຕ່າງປະເທດລາຍງານວ່າຄ່າຝຸ່ນລະອອງໃນອາກາດຂະໜາດບໍ່ເກີນ 2.5 ໄມຄຣອນ (PM 2.5) ທີ່ນະຄອນຫຼວງນິວເດລີ ຂອງອິນເດຍ ຢູ່ໃນລະດັບອັນຕະລາຍທີ່ສຸດຂອງປີ 2019 ຈົນເກີນຄ່າດັດຊະນີຄຸນນະພາບອາກາດ (AQI: Air Quality Index) ນອກນັ້ນຍັງບົດບັງວິໄສທັດໃນການເບິ່ງເຫັນຢ່າງຮຸນແຮງເຮັດໃຫ້ເຮືອ ບິນ 30 ລຳຕ້ອງປ່ຽນເສັ້ນທາງໄປລົງຈອດສະໜາມບິນອື່ນແທນໂດຍວິກຣຳຊັນດຣານັກຂ່າວອິດສະຫຼະຊື່ດັງຂອງອິນເດຍບັນທຶກພາບໜ້າຈໍຂອງເວັບໄຊກວດຄຸນນະພາບອາກາດຂອງນະຄອນຫຼວງນິວເດລີເມື່ອວັນທີ 3 ພະຈິກໄວ້ໄດ້ຊຶ່ງຕົວເລກລະບຸວ່າຫຼາຍຈຸດຄ່າຝຸ່ນລະອອງແມ່ນເກີນດັດຊະນີທີ່ລະດັບ 999 ໄປແລ້ວສ່ວນສຳນັກຂ່າວເອເອຟພີກໍເຜີຍພາບຖ່າຍໃນນະຄອນຫຼວງນິວເດລີຊຶ່ງພົບວ່າທ້ອງຟ້າມືດມົວໄປທົ່ວເມືອງ ແລະບໍ່ສາມາດເບິ່ງເຫັນສິ່ງທີ່ຢູ່ໄກອອກໄປໄດ້ຊັດເຈນ.

  ຊາຊິນ ມາທີ ຄົນຂັບລົດຈຳໂບ້ ອາຍຸ 31 ປີ ເຜີຍກັບສຳນັກຂ່າວ The Guardian ຈາກອັງກິດວ່າຕົນເອງຕ້ອງຂັບກາງແຈ້ງທຸກມື້ຕອນນີ້ຕົນຍັງຄິດແລ້ວຄິດອີກວ່າຈະຫາຍໃຈແນວໃດ ແລະກໍແສບຕາຫຼາຍຈາກຝຸ່ນຄວັນທີ່ປົກຄຸມທົ່ວເມືອງ.

______________

ໜັງສືພິມເສດຖະກິດ-ສັງຄົມ