U19 ທີມຊາດລາວ ສະເໝີ ອົດສະຕຣາລີ 2-2

 ເມື່ອວັນພຸດທີ 6 ພະຈິກ 2019 ທີຜ່ານມາການແຂ່ງຂັນບານເຕະຊາຍຮຸ່ນ ອາຍຸ 19 ປີ ທີມຊາດລາວລົງສະໜາມປະເດີມກັບ ຢູ່ 19 ທີມຊາດອົດສະຕຣາລີ ຊຶ່ງແຂ່ງຂັນຢູ່ທີ່ສະໜາມກີລາ National Stadium (Kaohs iung City), CHINESE TAI PEI ຊຶ່ງເປັນນັດທຳອິດຂອງທີມຊາດລາວໃນການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020.

  ໂດຍກຸ່ມ H ຫຼື AFC U-19  CHAMPIONSHIP 2020, Qualifiers ຜ່ານການແຂ່ງຂັນ ຜົນປະກົດວ່າ: ທີມຊາດລາວສະເໝີທີມຊາດອົດສະຕຣາລີ 2-2  ໂດຍທີມຊາດລາວໄດ້ປະຕູຂຶ້ນນຳໄປກ່ອນ 2 ປະຕູໃນເຄິ່ງເວລາທຳອິດຈາກ 2 ນັກເຕະລູກຫຼານຊາວ ແຂວງຄຳມ່ວນ ທະນູທອງກຽດນະລົງລົບ ນາທີ 15 ແລະອານຸ ສອນ ໄຊປັນຍາ ນາທີ 44 ສ່ວນໃນເຄິ່ງທີ 2 ທີມຊາດອົດສະຕຣາລີ ສາມາດຕີສະເໝີໄດ້ 2 ປະຕູຈາກ RUIZ DIAZ ນາທີ 64 ແລະ CARLUCCIO ນາທີ 78 ຈົບເກມການແຂ່ງຂັນສະເໝີກັນ 2-2 ແບ່ງກັນທີມລະ 1 ຄະແນນ, ສ່ວນ ອີກຄູ່ ໄຕ້ຫວັນ ເຈົ້າພາບ ຊະນະ ມາເກົາ ຂາດລອຍ 8-0, ສຳລັບ ລາຍຊື່ນັກກີລາທີລົງສະໝາມຂອງ ທີມຊາດລາວມີຄື: ຜູ້ຮັກສາປະຕູສໍລະສັກ ທີລະວົງ, ກອງຫຼັງ ຄຳສະຫງ່າ ພິມມະສອນ, ຊີດີພົມສະ ຫວັນ, ອານັນຕະຊາ ສີພົງພັນ, ນາລົງສິດ ຈັນທະລັງສີ (ພຸດທະວົງ ສັງວິໄລ ນາທີ 86) ກອງກາງ ອານຸສອນ ໄຊປັນຍາ (ພູວຽງ ພູມສະຫວັດ ນາທີ 64), ບຸນມີ ປິ່ນແກ້ວ, ອາລຸນໄນ ລຸນລາສີ, ໂຈນີ ແຫວນປະເສີດ, ທະນູທອງ ກຽດນະລົງລົບ, ກອງໜ້າຕີ ສີຫາລາດ (ສົງການ ສີຈັນທະວົງ ນາທີ 89).

 ສະໜັບສະໜຸນໂດຍ: HONDA

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ສຳລັບໂປແກຣມນັດຕໍ່ໄປຂອງທີມຊາດລາວນັດທີ 2 ຈະມີຂຶ້ນໃນວັນທີ 8 ພະຈິກ 2019 ເວລາ 19:00 ລາວ ພົບໄຕ້ຫວັນແຂ່ງຂັນຢູ່ທີ່ສະໜາມ NationalStadiu m (Kaohsiung City), CHINESE TAIPEI ແລະ ວັນທີ 10 ພະຈິກ 2019 ເວລາ 16:00 ມາເກົາ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມ National Sta dium (Kaohsiung City), CHINESE TAIPEI.

--------------

 ໜັງສືພິມເສດຖະກິດ-ສັງຄົມ