ລຸ້ນ ຄີອານູ ຣີບ ມາຮ່ວມສະແດງເລື່ອງ Fast & Furious

ເປັນຮູບເງົາທີ່ສ້າງລາຍໄດ້ຕໍ່ເນື່ອງສຳລັບຮູບເງົາເລື່ອງ  Fast & Furious ທີ່ຫຼ້າສຸດມີຂ່າວດີວ່າ ທາງທີມຜູ້ສ້າງສົນໃຈດຶງຄີອານູ ຣີບນັກສະແດງຊື່ດັງມາຮ່ວມງານ                                                       ນໍາ.

ຄຣີສ ມໍແກນຜູ້ແຕ່ງ Hobbs & Shaw ໄດ້ອອກມາເປີດເຜີຍວ່າ ມີການໂອ້ລົມກັນແດ່ແລ້ວເຖິງການດຶງເອົາຄີອານູ ຣິບມາສະແດງບົດໃໝ່ໃນຮູບເງົາພາກຕໍ່ຂອງເລື່ອງນີ້ໂດຍຍອມຮັບວ່າລາວປາຖະໜາ ທີ່ຢາກໄດ້ນັກສະແດງອາຍຸ 55 ປີຄົນນີ້ມາຮ່ວມງານນໍາ,ຂ້ອຍໄດ້ ໂອ້ລົມກັບລາວແລ້ວເຮົາກໍໄດ້ເວົ້າເຖິງເລື່ອງນີ້ຂ້ອຍຢາກໃຫ້ລາວໄດ້ຮ່ວມງານໃນຈັກກະວານ Fast ມາດົນແລ້ວເຮົາພຽງພະຍາຍາມ ຫາເອົາເປັນວ່າເລື່ອງທີ່ຍາກທີ່ສຸດເລີຍຄືເລື່ອງຂອງເວລາ ແລະການແຂ່ງກັບຕາຕະລາງວຽກງານເຮົາເລີຍຕ້ອງຕັດສິນໃຈວ່າຈະເຮັດ ແນວໃດດີຂ້ອຍປາຖະໜາຢາກໄດ້ລາວມາຮ່ວມງານໃນຮູບເງົາເລື່ອງນີ້ທີ່ສຸດເລີຍ,ກ່ອນໜ້ານີ້ມີ ຂ່າວລືອອກມາວ່າ ຄີອານູ ຣິບຈະເຂົ້າມາຮັບບົດຕົວຮ້າຍໃນເລື່ອງ Hobbs & Shaw ເຖິງແມ່ນວ່າສຸດທ້າຍຈະບໍ່ເກີດຂຶ້ນກໍຕາມ ໂດຍເດວິດລິດ ຜູ້ກຳກັບທີ່ເຄີຍຮ່ວມວຽກກັບ ຄີອານູ ໃນເລື່ອງ John Wick ກໍເຄີຍອອກມາປະຕິເສດຂ່າວລືດັ່ງກ່າວເຊັ່ນກັນແຕ່ວ່າໃນອະນາຄົດອາດມີລຸ້ນໄດ້ເຂົ້າມາຮ່ວມ ງານໃນຈັກກະວານນີ້ກໍເປັນໄດ້.

-------------------------

ພາບຂ່າວ ແລະ ຈາກ: ໜັງສືພິມເສດຖະກິດ-ສັງຄົມ