ສປງ ຈັດກອງປະຊູມໃຫຍ່ ໜ່ວຍພັກຄັ້ງທີ III

  ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງໜ່ວຍພັກສໍານັກງານປົກປ້ອງເງິນຝາກ (ສປງ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງໃນວັນທີ 4 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ ທຫລ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງດາວວີ ວົງຄໍາຊາວ ເລຂາໜ່ວຍພັກ-ຫົວໜ້າ ສປງ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ; ພ້ອມນີ້ກໍ່ມີບັນດາສະຫາຍຜູ້ຕາງໜ້າຈາກໜ່ວຍພັກ ແລະສະມາຊິກພັກເຂົ້າຮ່ວມ.

  ສະຫາຍເລຂາໜ່ວຍພັກ ສປງ ໄດ້ນໍາສະເໜີບົດລາຍງານການເມືອງຊຶ່ງໃນຕະຫຼອດໄລຍະແຫ່ງການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ-ຄະນະຜູ້ວ່າການ ທຫລ ຊຶ່ງຄະນະໜ່ວຍພັກຍາມໃດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກ ງານ-ສະມາຊິກພັກເປັນບັນຫາສໍໍໍາຄັນຕົ້ນຕໍດ້ວຍຫຼາຍຮູບການພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງອັນເຮັດໃຫ້ສະພາບແນວຄິດຂອງທຸກຄົນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງ ແລະຫ້າວຫັນໃນການປະຕິບັດວຽກ ງານຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດເປັນຢ່າງດີ; ຈາກນັ້ນກໍ່ໄດ້ມີການນໍາສະເໜີທິດທາງລວມ, ແຜນການ ແລະໜ້າທີ່ຕົ້ນຕໍໃນການຊີ້ນໍາ-ນໍາພາໃນຕໍ່ໜ້າ.

ສະໜັບສະໜຸນໂດຍ: HONDA

  ກອງປະຊຸມ, ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໄສ ແລະມີປະຊາທິປະໄຕຂອງບັນດາຜູ້ແທນເພື່ອໃຫ້ບົດລາຍງານການເມືອງ ແລະທິດທາງລວມ, ແຜນການໃນຕໍ່ໜ້າມີຄວາມສົມບູນຍິ່ງໆຂຶ້ນ ແລະໃນເວລາຕໍ່ມາກໍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່; ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໂອກາດດັ່ງກ່າວສະຫາຍເລຂາຄະນະພັກ ທຫລ ໄດ້ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງຄະນະໜ່ວຍພັກ-ສະມາຊິກ, ພະນັກງານຂອງ ສປງ ໃນຜ່ານມາ ແລະຍັງເນັ້ນໃຫ້ເສີມຂະຫຍາຍການປະຕິບັດໜ້າທີ່; ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ມີຄວາມສາມັກຄີເປັນເອກະ ພາບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444