ອັດຕະປື ເຝົ້າລະວັງພະຍາດຕີດຕໍ່ໃນດ່ານສາກົນ

  ປະຈຸບັນນີ້ດ່ານສາກົນພູເກືອ ສປປ ລາວ ແລະ ດ່ານສາກົນເບີອີ ສສ ຫວຽດນາມ ໄດ້ມີການກະກຽມປັບປຸງຂອດການບໍລິການດ້ານສາທາລະນະສຸກ ໂດຍສະເພາະແມ່ນ ການກວດກາເຝົ້າລະວັງພະຍາດຕິດຕໍ່ທຸກໆປະເພດທີ່ຊ້ອນເຊື່ອງ ເຂົ້າໃນການນຳເຂົ້າສັດ, ພືດ ແລະ ສິນຄ້າອື່ນໆຢ່າງເຂັ້ມງວດ.

ປະຕິບັດຕາມກອງປະຊຸມຫາລື ແລະແລກປ່ຽນບົດຮຽນລະຫວ່າງດ່ານສາກົນພູເກືອ ສປປ ລາວ ແລະ ດ່ານສາກົນເບີອີ ສສ ຫວຽດນາມ ທີ່ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ອິນປັນ ອິນທິລາດ ຮອງຫົວ ໜ້າພະແນກສາທາລະນະສຸກ ແຂວງ, ທ່ານ ຄຳພັນ ແກ້ວມະນີ ຫົວໜ້າດ່ານສາກົນພູເກືອ, ທ່ານ ດົ່ງງອ໊ກ, ຫົວໜ້າຄຸ້ມຄອງດ່ານສາກົນເບີອີ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ.

ການປຶກສາຫາລືດັ່ງກ່າວ ພາຍໃຕ້ການຊີ້ນຳຈາກຄະນຳພະແນກສາທາລະສຸກກໍຄືຄະນະດ່ານສາກົນພູເກືອ ສປປ ລາວ ແລະດ່ານສາ ກົນເບີອີ ສສ ຫວຽດນາມ ໄດ້ມີຄວາມເປັນເອກະພາບການຮ່ວມ ມືເຂົ້າໃນການເຝົ້າລະວັງ ແລະ ປ້ອງກັນພະຍາດຕິດຕໍ່ໃຫ້ເຄັ່ງຄັດກວ່າເກົ່າເພາະຜ່ານມາເຫັນວ່າຍັງ ມີການພົບເຫັນຫຼາຍຢູ່ເປັນຕົ້ນສິນຄ້ານຳເຂົ້າປະເພດສັດ, ພືດ, ເຄື່ອງ ດື່ມ ແລະເຄື່ອງບໍລິໂພກຕ່າງໆ ໃນດ່ານຈຸດເຂົ້າອອກເພື່ອປ້ອງກັນພະຍາດຕິດຕໍ່ທີ່ພວມ ແຜ່ລະບາດ ໃນທ້ອງຖິ່ນປະເທດໃກ້ຄຽງ ແລະ ສົ່ງເສີມຂີດຄວາມສາມາດໃນການປ້ອງກັນພະຍາດໃຫ້ໄດ້ຮັບປະສິດທິພາບສູງຂຶ້ນກວ່າເກົ່າ.

 ----------------

ໜັງສືພີມເສດຸະກິດ-ສັງຄົມ