ແຂວງວຽງຈັນ ຈູດທໍາລາຍຢາເສບຕິດ

   ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີຄື ວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2019, ມາ ໃນວັນທີ 31 ຕຸລາຜ່ານມານີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງ ແຂວງວຽງຈັນ ໄດ້ຈັດພິທີຈູດທຳລາຍຢາເສບຕິດຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງ ຈັນມີບັນດາຄະນະກຳມະການກວດກາ ແລະຄວບຄຸມຢາເສບຕິດແຂວງວຽງຈັນ, ກຳມະການພັກແຂວງ, ຕາງໜ້າພະແນກການ, ອົງການ, ກົມກອງ, ຕາງໜ້າອຳນາດການ ປົກຄອງບ້ານອ້ອມຂ້າງພ້ອມດ້ວຍນັກຮຽນ, ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

  ທ່ານ ພຈົວ ປອ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະຕ້ານຢາ ເສບຕິດໃນໄລຍະປີ 2018 ຫາ 2019 ຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ແລະການລັກລອບຄ້າຂາຍຢາເສບຕິດທີ່ຜິດກົດໝາຍຢາເສບ ຕິດ, ໄດ້ທຳລາຍຊີວິດ ແລະຊຸມຊົນ ເປັນອຸປະສັກຕໍ່ການພັດທະນາຊັບພະຍາກອນມະນຸດຢາເສບຕິດແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມໃນແຕ່ລະປະເທດ

ໂດຍສະເພາະຕໍ່ເສລີພາບ ແລະ ການພັດທະນາຊາວໝຸ່ມເຍົາວະຊົນເປັນສິ່ງທ້າທາຍແລະໜ້າເປັນຫ່ວງສະນັ້ນພັກ- ລັດຖະບານພວກເຮົາ ກໍ່ໄດ້ນຳໃຊ້ກາລະໂອກາດທີ່ດີວາງ ແນວທາງແກ້ໄຂບັນຫາຢາເສບຕິດໂດຍສະເພາະຄະນະພັກອຳນາດການປົກຄອງແຕ່ລະຂັ້ນພາຍໃນ ແຂວງວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ, ແຈ້ງ ການຕ່າງໆວ່າດ້ວຍການສ້າງ ແຂວງໃຫ້ເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງໃຫ້ເປັນຫົວໜວ່ຍເຂັ້ມແຂງຮອບດ້ານ,ສ້າງບ້ານໃຫ້ ເປັນຫົວໜວ່ຍພັດທະນາຜ່ານມາໄດ້ຈັດຕັ້ງປະຕິບັດວັດຖຸປະສົງລຶບລ້າງຄວາມທຸກຍາກເຮັດໃຫ້ ສປປ ລາວ ແລະພາກພື້ນປອດຢາເສບຕິດ.

    ໃນປີຜ່ານມາພາກສ່ວນຕ່າງໆ ໄດ້ເຄື່ອນໄຫວວຽກງານແຕ່ລະດ້ານໃນນີ້ໄດ້ສ້າງ ແລະປະກາດບ້ານເປັນບ້ານປອດຢາເສບຕິດ 274 ບ້ານທົ່ວແຂວງວຽງຈັນ, ມີໂຮງຮຽນມັດທະຍົມຕອນຕົ້ນ,ຕອນປາຍ 75 ແຫ່ງ, ໄດ້ຂຶ້ນຫ້ອງສອນກ່ຽວກັບຄວາມຮູ້ພື້ນຖານສະກັດກັ້ນ ແລະຕ້ານຢາເສບຕິດຢູ່ວິທະຍາໄລເຕັກນິກແຂວງວຽງຈັນ ມີຜູ້ເຂົ້າຮ່ວມ 1.026 ຄົນ ແລະໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດຢູ່ໂຮງຮຽນຫີນເຫີບຈໍານວນ 2 ຄັ້ງ ມີຜູ້ເຂົ້າຮ່ວມ 674 ຄົນ, ເຂົ້າຮວ່ມຕັດສິນຄະດີໄດ້ 30 ຄັ້ງ, ກວດນໍ້າປັດສະ ວະພະນັກງານລັດຖະກອນມີຜູ້ເຂົ້າກວດ 7.207ຄົນ, ພົບສານເສບຕິດ13 ຄົນ ແລະອື່ນໆ ນອກຈາກນັ້ນກໍ່ສາມາດເກັບກຳຂໍ້ມູນຜູ້ເສບ ແລະຜູ້ຄ້າຂາຍຢູ່ 9 ເມືອງລວມມີທັງໝົດ 13.952 ຄົນ, ຍິງ 266 ຄົນ, ຜູ້ເສບຢາບ້າ 6.283 ຄົນ, ຍິງ 179 ຄົນ, ຜູ້ສູບຝິ່ນ 185 ຄົນ, ຍິງ 31 ຄົນ.

ສະໜັບສະໜຸນໂດຍ: HONDA

  ຄຽງຄູ່ກັນນັ້ນ ໃນປີຜ່ານມາຍັງສາມາດມ້າງຄະດີໄດ້ທັງໝົດ 253 ເລື່ຶອງມີຜູ້ຕ້ອງຫາ 366 ຄົນ, ຢຶດຂອງກາງຢາບ້າໄດ້ 4,7 ແສນກວ່າເມັດ, ຢາໄອສ໌ 598 ກິໂລ ກຣາມ, ຢາເຄ 302 ກິໂລ ກຣາມ, ເຮໂລອິນ 7,10 ກຣາມ,ລົດຈັກ 41 ຄັນ ລົດໃຫຍ່ 3 ຄັນ, ປືນ ປະເພດຕ່າງໆ 7 ກະບອກ, ພ້ອມລູກປືນ 162 ລູກ, ໂທລະສັບ 222 ເຄື່ອງ, ເງິນກີບທະນາຄານ 50 ລ້ານກວ່າກີບ, ເງິນບາດໄທ 90 ພັນກວ່າບາດ, ເງິນໂດລາ 52 ໂດລາ ແລະຂອງກາງອື່ນໆອີກຈໍານວນໜຶ່ງ, ຄະດີສົ່ງສານຕັດສິນມີ 291 ເລື່ອງ, ມີຜູ້ຖືກຫາ 381 ຄົນ ຂອງກາງຢາບ້າ 1,54 ແສນກວ່າ ເມັດ, ຢາໄອສ໌ 394 ກິໂລກຣາມ, ລົກຈັກ 56 ຄັນ, ລົດໃຫຍ່ 3 ຄັນ ແລະ ມີຂອງກາງອື່ນໆ ອີກຈຳນວນໜຶ່ງ, ຄະດີພວມດຳເນີນການສືບສວນ-ສອບສວນມີ 200 ເລື່ອງ, ມີຜູ້ຖືກ ຫາ 269 ຄົນ.

 ສຳລັບຂອງກາງປະເພດຢາບ້າທີ່ສານຕັດສິນແລ້ວຕັ້ງແຕ່ປີ 2018 ຫາ 2019 ມາຈູດທຳລາຍຖິ້ມມີຢາບ້າຈຳນວນ 65.618 ເມັດເທົ່າ ກັບ 6,6 ກິໂລກຣາມ, ຢາໄອສ໌ 118,52 ກຣາມ ແລະຄາເຟອິນ 4,5 ກິໂລກຣາມ, ສ່ວນຂອງກາງທີ່ສານບໍ່ທັນໄດ້ຕັດສິນແມ່ນບໍ່ໄດ້ຈູດທຳລາຍຖິ້ມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

__________

ຂຽນໂດຍທອງສີ      
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444