ທີມເປຕັງຍິງລາວ ພ້ອມຈະປ້ອງກັນແຊັມໃນຊີເກມ

  ທັບນັກກີລາເປຕັງທີມຍິງຂອງລາວມີຄວາມພ້ອມເຕັມ 100% ທັງຕັ້ງເປົ້າໝາຍຈະພະຍາຍາມປ້ອງກັນແຊັມຫຼຽນຄຳໃຫ້ທັບນັກກີລາລາວອີກ 1 ສະໄໝ ໃນງານມະຫະກຳກີລາຊີເກມຄັ້ງທີ 30 ທີ່ປະເທດຟີລິບປິນຮັບກຽດເປັນເຈົ້າພາບລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2019.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ພາຍຫຼັງທີ່ໄດ້ເລີ່ມເກັບຕົວຝຶກຊ້ອມມາແຕ່ຕົ້ນເດືອນກັນຍາຜ່ານມານັບວ່າມາຮອດປະຈຸບັນ 4 ສາວທີມຊາດລາວ ປະເພດທີມຍິງແຊັມຫຼຽນຄຳຊີເກມ ເມື່ອປີ 2017 ທີ່ ປະເທດມາເລຍເຊຍປະກອບມີ: ນາງຄູນຄຳ ສຸກສະຫວັດ,ນາງ ຈັນສະໝອນ ວົງສະຫວັດ, ນາງ ມະນີວັນ ສຸລິຍາ ແລະນາງ ໂບວິລັດ ເທບພະກັນ ແລະທັງ 4 ຄົນ ແມ່ນໄດ້ເກັບຕົວຝຶກຊ້ອມຢູ່ທີ່ສະ ໜາມກີລາເປຕັງແຫ່ງຊາດລາວ (ວິທະຍາເຂດດົງໂດກ) ນະຄອນ ຫຼວງວຽງຈັນ,ພາຍຫຼັງທີ່ໄດ້ຝຶກ ຊ້ອມຮ່ວມກັບນັກກີລາເປຕັງທີມຊຸດຊາຍໃນຊຸດທີ່ຈະເຂົ້າຮ່ວມງານມະຫະກຳກີລາຊີເກມທີ່ປະເທດຟີລິບປິນຕະຫຼອດໄລຍະການຝຶກຊ້ອມກໍເຫັນໄດ້ວ່າທຸກຄົນມີຄວາມສາມັກຄີເປັນອັນໜຶ່ງອັນດຽວ ແລະໄດ້ຝຶກຊ້ອມ 8 ຊົ່ວໂມງຕໍ່ມື້,ໂດຍແມ່ນອາຈານ ວັດສັນ ພົມມະຈັນ ເປັນຫົວໜ້າຄູຝຶກ ແລະມາຮອດປະຈຸບັນທີມຊຸດຍິງແມ່ນມີຄວາມພ້ອມເຕັມ 100% ແລ້ວໃນການແຂ່ງຂັນງານມະຫະກຳກີລາຊີເກມຟີລິບປິນຈະສູ້ເຕັມທີ່ເພື່ອຮັກສາຜົນງານ ປ້ອງກັນແຊັມໃນງານມະຫະກຳກີລາຊີເກມຄັ້ງນີ້.

ພາບຂ່າວ:

 ສຳລັບການແຂ່ງຂັນກີລາເປຕັງໃນງານມະຫະກຳກີລາຊີເກມໃນປີນີ້ຈະມີການຊີງໄຊທັງໝົດ 4 ລາຍການຄື:ປະເພດທີມຄູ່ຊາຍ-ຍິງ ແລະທີມຊາຍ-ຍິງສະເພາະທີມເປຕັງຂອງລາວຈະສົ່ງເຂົ້າຮ່ວມທັງໝົດ 12 ຄົນ, ຍິງ 6 ຄົນ ຊຶ່ງຈະລົງແຂ່ງຂັນ 4 ລາຍການ,ສ່ວນຜົນງານໃນປີ 2017 ທີ່ຜ່ານມາແມ່ນສາມາດຍາດມາໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ2 ຫຼຽນທອງ.

ສະໜັບສະໜຸນໂດຍ: HONDA

-----------------

  • ພາບ ແລະຂ່າວຈາກ:
  • ໜັງສືພິມເສດຖະກິດ-ສັງຄົມ