ລະມາມ ແຂ່ງຂັນກີລາບານສົ່ງ

  ວັນທີ 4 ພະຈິກຜ່ານມາ ເມືອງລະມາມໄດ້ຈັດພິທີປິດການສ້າງຂະບວນການແຂ່ງຂັນກີລາບານສົ່ງຊາຍເພື່ອຂໍ່ານັບຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງລະມາມ ໂດຍການເຂົ້າຮ່ວມຂອງທ່ານ ບົວໄລ ວິໄລວົງ ປະທານກວດກາພັກເມືອງ, ມີບັນດາຫົວໜ້າຮອງຫ້ອງການພ້ອມດ້ວຍນັກກີລາເຂົ້າຮ່ວມ.

 ການແຂ່ງຂັນກີລາບານສົ່ງຮອບຊີງຊະນະເລີດຄັ້ງນີ້ໂດຍແມ່ນພົບກັນລະຫວ່າງໜ່ວຍພັກກຸ່ມເສດຖະກິດກັບໜ່ວຍພັກປ້ອງກັນຄວາມສະຫງົບເມືອງລະມາມທັງສອງທີມໄດ້ເປີດເກມໃສ່ກັນຢ່າງໜັກຊຶ່ງຜົນການແຂ່ງຂັນໜ່ວຍພັກກຸ່ມເສດຖະກິດສາມາດເອົາຊະນະໜ່ວຍພັກ ປກສ ໄປ 3 ຕໍ່ 2 ເຊັດ.

ສະໜັບສະໜຸນໂດຍ: HONDA

ສະໜັບສະໜຸນໂດຍ: ສ່ວນບຸກຄົນ 

 ລາງວັນຊະນະເລີດອັນດັບ 1 ໄດ້ແກ່ໜ່ວຍພັກກຸ່ມເສດຖະກິດຮັບຂັນ 1 ໜ່ວຍພ້ອມເງິນສົດ 5 ແສນກີບ,ອັນດັບ 2 ໄດ້ແກ່ໜ່ວຍພັກປ້ອງກັນຄວາມສະຫງົບໄດ້ຮັບເງິນສົດ 3 ແສນກີບ ແລະອັນດັບ 3 ໄດ້ແກ່ໜ່ວຍພັກສຶກສາທິການ-ກີລາຮັບເງິນສົດ 1,5 ແສນກີບ, ໃຫ້ກຽດມອບລາງວັນອັນດັບ 1 ໂດຍ ທ່ານ ບົວໄລ ວິໄລວົງ ປະ ທານກວດກາພັກເມືອງລະມາມປະທານຈັດງານແຂ່ງຂັນກີລາ.

 

 -------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444