ເລດີ້ ກາກ້າກຽມຮັບບົດສະແດງຮູບເງົາເລື່ອງໃໝ່

  ເລດີ້ ກາກ້າ ນັກຮ້ອງຊຸບ ຕາກຽມຮັບບົດສະແດງເປັນພັນລະຍາທາຍາດກຸດຊີ່ ທີ່ຈ້າງຂ້າສາມີຈົນຕ້ອງຕິດຄຸກ 18 ປີໃນຮູບເງົາເລື່ອງໃໝ່.

ເລດີ້ ກາກ້າ ນັກຮ້ອງຊຸບຕາຊຶ່ງປະສົບຄວາມສຳເລັດໃນຮູບ ເງົາເລື່ອງ A Star is Born ກຳລັງຈະມີຜົນງານຮູບເງົາເລື່ອງໃໝ່ຊຶ່ງລາວຈະຮັບບົດເປັນ ແພດຣິເຊຍເຣຈິອານີ ພັນລະຍາຂອງ ເມົາຣິຊິ ໂອກຸດຊີ່ ທາຍາດຕະກຸນກຸດຊີ່ ຊຶ່ງຕໍ່ມາລາວຕ້ອງຮັບໂທດຈຳຄຸກ 18 ປີ ໃນປະເທດອິຕາລີ ໃນຂໍ້ຫາມີສ່ວນຮ່ວມໃນການຄາດຕະກຳເມົາຣິຊິໂອ ກຸດຊີ ສາມີຂອງລາວ ໃນປີ 1995, ແພດຣິເຊຍໄດ້ຮັບ ສາຍາວ່າແບລັກ ວິໂດ ຫຼື ແມ່ໝ້າຍດຳຈາກຄະດີຄາດຕະກຳຊຶ່ງນັບເປັນໜຶ່ງໃນຄະດີທີ່ໂດ່ງດັງທີ່ສຸດໃນແວດວົງໄຮໂຊຂອງອິຕາລີ ຫຼັງຈາກຖືກສັ່ງຈຳຄຸກ 18 ປີ ລາວໄດ້ຮັບອິດສະຫຼະພາບໃນປີ 2016  ປະຈຸບັນລາວມີອາຍຸ 70 ປີ, ໂດຍຣິດລີ ສະກອດ ຜູ້ກຳກັບຊື່ດັງຄົນອັງ ກິດອາຍຸ 81 ປີ ຈະຮັບໜ້າທີ່ກຳກັບຮູບເງົາເລື່ອງນີ້ ຊຶ່ງຍັງບໍ່ມີຊື່.

---------------------------

ພາບ ແລະຂ່າວຈາກ : ໜັງສືພິມເສດຖະກິດ-ສັງຄົມ