ສາເຫດທີ່ເຮັດໃຫ້ເກີດມີອາການເຂົ່າເຊື່ອມ

  ເຂົ່າເຊື່ອມ ເປັນພະຍາດທີ່ມາພ້ອມກັບອາຍຸທີ່ສູງຫຼາຍຂອງຄົນເຮົາຖືວ່າເປັນອາການຂອງພະຍາດທີ່ສຳຄັນສາມາດພົບໄດ້ໃນໄວທອງ ຫຼື ຄົນທີ່ມີອາຍຸສູງສັງເກດໄດ້ງ່າຍໆ ຄືຄົນທີ່ມີອາການເຫຼົ່ານີ້ເວລາຈະລຸກຈະນັ່ງກໍ່ມັກມີສຽງຮ້ອງຄືເຈັບຫົວເຂົ່າຕະຫຼອດເວລາສົ່ງຜົນໃຫ້ການໃຊ້ຊີວິດຜິດປົກກະຕິບໍ່ຄືເກົ່າໂດຍອາການເຫຼົ່ານີ້ຈະເລີ່ມເປັນຕັ້ງແຕ່ອາຍຸ 30 ປີຂຶ້ນໄປຖ້າບໍ່ໄດ້ຮັບການປິ່ນປົວໃຫ້ຖືກວິທີແລ້ວຈະເຮັດໃຫ້ມີອາການເຈັບຮຸນແຮງເພີ່ມຂຶ້ນແຕ່ເມື່ອອາຍຸຮອດ 60 ປີຂຶຶຶຶຶຶ້ນໄປແລ້ວອາການເຫຼົ່ານີ້ຈະສະແດງອອກມາຫຼາຍຂຶ້ນ.

  • ເກີດຈາກກຳມະພັນທີ່ເປັນພະຍາດກ່ຽວກັບກະ ດູກ ຫຼື ຂໍ້ເຂົ່າ.
  • ນໍ້າໜັກເພີ່ມຂຶ້ນສົ່ງຜົນໃຫ້ຂໍ້ເຂົ່າຮັບນໍ້າໜັກຫຼາຍ ຂຶ້ນກ່ວາເກົ່າ.
  • ໃຊ້ຮ່າງກາຍໃນກິດຈະກຳທີ່ກ່ຽວກັບຂໍ້ເຂົ່າຫຼາຍ ຈົນເກີນໄປ.
  • ການນັ່ງຍອງຢໍ້ເລື້ອຍໆ, ການຍົກຂອງໜັກເປັນ ປະຈຳ.

• ແລ່ນໄລຍະໄກເປັນເວລາດົນໆ.

--------------------------

ພາບ ແລະຂ່າວຈາກ : ໜັງສືພິມເສດຖະກິດ-ສັງຄົມ