3 ພາກສ່ວນ ຮ່ວມຈັດງານຕະຫຼາດນັດແຮງງານ

  ພະແນກສຶກສາທິການ ແລະກີລາ ແຂວງສະຫວັນນະເຂດ ຮ່ວມກັບພະແນກແຮງງານ ແລະສະ ຫວັດການສັງຄົມພ້ອມດ້ວຍສະພາການຄ້າ ແລະອຸດສາຫະກຳຂອງແຂວງສະຫວັນນະເຂດ ໄດ້ຈັດງານຕະຫຼາດນັດແຮງງານປະຈຳປີ 2019 ຂຶ້ນຢູ່ສູນການຄ້າສະຫວັນ-ໄອເຕັກ ໃນລະຫວ່າງວັນທີ 1-2 ຕຸລາ 2019, ໂດຍມີທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ບຸນລົບ ໂຄດຫຼັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ແລະທ່ານ ເລືອງໄຊ ບຸນໂຊກວັນ ປະທານສະພາການຄ້າ ແລະອຸດສາຫະກຳຂອງແຂວງເຂົ້າ ຮ່ວມ.

ສະໜັບສະໜຸນໂດຍ: HONDA

  ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍເພື່ອຊ່ວຍບັນດາຫົວໜ່ວຍແຮງງານໄດ້ພົບປະແລກປ່ຽນກັບຜູ້ທີ່ຕ້ອງການມີວຽກເຮັດງານທຳສາມາດເຂົ້າເຖິງຄວາມຕ້ອງການຕຳແໜ່ງງານ ແລະມີທາງເລືອກໃນ ການຊອກຫາຕຳແໜ່ງງານທີ່ເໝາະສົມກັບຕົນເອງ  ໂດຍໃນແຕ່ລະປີມີນັກສຶກສາທີ່ຮຽນຈົບໃໝ່ ແລະມວນຊົນທົ່ວໄປຕ້ອງການເຮັດວຽກໃນຕຳແໜ່ງງານຕ່າງໆ ປະມານ1.000 ຄົນຕໍ່ປີ, ທັງເປັນການເປີດໂອກາດ ໃຫ້ບັນດານັກຮຽນ-ນັກສຶກສາທີ່ຮຽນຈົບໃນສາຂາວິ ຊາຕ່າງໆສາມາດຊອກວຽກເຮັດງານທຳ ແລະສາມາດເຂົ້າເຖິງຕະຫຼາດແຮງງານດ້ວຍຫຼາຍຮູບແບບ, ພ້ອມນັ້ນກໍເປັນການສ້າງຖານຂໍ້ມູນດ້ານແຮງງານໃນການຕອບສະໜອງໃຫ້ກັບບັນດານັກລົງທຶນພາຍໃນ ແລະຕ່າງປະເທດໂດຍສະເພາະຢູ່ເຂດເສດຖະກິດພິເສດສະຫວັນ-ເຊໂນ.

ພາບຂ່າວ:

  ໃນພິທີ, ບັນດາຜູ້ເຂົ້າຮ່ວມງານຄັ້ງນີ້ຍັງໄດ້ມີການຮ່ວມຕັດແຖບຜ້າເປີດງານຢ່າງເປັນທາງການ, ຈາັ້ນກໍໄດ້ຍ່າງຊົມເບິ່ງຈຸດລົງທະບຽນສະໝັກງານຊຶ່ງຈັດເປັນຫຼາຍໆລັອກໃຫ້ຜູ້ສະໝັກສາມາດຂຽນແບບຟອມສະໝັກງານໄດ້ດ້ວຍຕົນເອງສະດວກຫຼາຍຂຶ້ນ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444