ໜ່ວຍພັກຄັງເງິນແຫ່ງຊາດປະຈໍາແຂວງສາລະວັນ ສຳເລັດກອງປະຊຸມໃຫຍ່

 ກອງປະຊຸມໃຫຍ່ໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງສາລະວັນ ຄັ້ງທີ II ໄດ້ໄຂຂຶ້ນໃນວັນ ທີ 7 ພະຈິກ 2019, ທີ່ຫ້ອງປະຊຸມຂອງພະແນກການເງິນແຂວງສາ ລະວັນ,ໂດຍການເປັນປະທານຂອງສະຫາຍນາງ ດາວວີ ສີບຸນເຮືອງ ເລຂາໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງສາລະວັນ,ເປັນກຽດເຂົ້າຮ່ວມຂອງສະຫາຍ ຂັນທະ ລັກໂພໄຊ ເລຂາຄະນະພັກຮາກຖານຫົວໜ້າພະແນກການເງິນແຂວງສາລະວັນ, ມີບັນດາທ່ານຕາງໜ້າພະແນກການຕ່າງໆ ແລະສະມາຊິກພັກເຂົ້າຮ່ວມ.

 ສະຫາຍ ນາງ ດາວວີ ສີບຸນເຮືອງ ເລຂາໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງສາລະວັນໄດ້ຜ່ານບົດລາຍງານການເມືອງ ແລະວາງທິດທາງ 5 ປີຕໍ່ໜ້າ, ພ້ອມທັງບົດສຳຫຼວດການນຳພາລວມໃນໄລຍະ 5 ປີຜ່ານມາໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງສາລະວັນກໍ່ແມ່ນໜ່ວຍໜຶ່ງທີ່ນອນໃນຄວາມຮັບຜິດຊອບພາຍໃຕ້ການຊີ້ນຳໆພາຂອງຄະນະພັກຮາກຖານພະແນກການເງິນແຂວງສາລະວັນ ຊຶ່ງມີສະມາຊິກພັກທັງໝົດ 16 ສະຫາຍ, ຍິງ 6 ສະຫາຍ, ໃນໄລຍະຜ່ານກໍ່ໄດ້ເອົາໃຈໃສ່ປະຕິບັດໃນການຊີ້ນໍາໆພາ, ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກລັດຖະກອນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະໄດ້ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງ, ລະບຽບການຕ່າງໆຂອງພັກ-ລັດວາງອອກເປັນຕົ້ນກໍແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກ ການເງິນແຂວງ ແລະມະຕິກອງ ປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຕົນຢ່າງເປັນຂະບວນຟົດຟື້ນ,ຖືກຕ້ອງເລິກເຊິ່ງ ແລະສອດຄ່ອງກັບແນວທາງຂອງພັກ-ລັດວາງອອກ,ນອກຈາກນັ້ນກໍໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າທີ່ວຽກງານ, ເອົາໃຈໃສ່ວຽກງານວິຊາສະເພາະ ຂອງຕົນ, ວຽກງານອົງການຈັດ ຕັ້ງ, ວຽກງານເສດຖະກິດ ແລະວັດທະນະທຳສັງຄົມ, ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະຄື: ດ້ານລາຍຮັບແຜນ 5 ປີມີ ທັງໝົດ 625 ຕື້ກີບ, ປະຕິບັດໄດ້ 711,15 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 113,78%, ດ້ານລາຍຈ່າຍແຜນ 5 ປີມີທັງໝົດ 2.215 ຕື້ກີບ, ປະຕິບັດໄດ້ 2,17 ຕື້ກີບ, ທຽບໃສ່ແຜນ 5 ປີເທົ່າກັບ 98,25% ແລະການດຸ່ນດຽງໃນ 5 ປີແຂວງສາລະວັນພວກເຮົາຂາດດຸ່ນທັງໝົດ 1,507 ຕື້ກີບ, ສູນ ກາງປະຕິບັດການດຸ່ນດ່ຽງໃຫ້ແຂວງ 1,50 ຕື້ກີບ ເທົ່າກັບ 100%.

ສະໜັບສະໜຸນໂດຍ: HONDA

  ທິດທາງຕໍ່ໜ້າສືບຕໍ່ເພີ່ມທະວີບົດບາດ ແລະຍົກສູງຄວາມສາມາດນຳພາຂອງພັກ, ປັບປຸງການ ຈັດຕັ້ງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະມີຄວາມເປັນເອກະພາບສູງທາງດ້ານແນວຄິດ ແລະການກະທຳ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ, ຕັ້ງໜ້າສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນສະມາ ຊິກພັກໄດ້ຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ, ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳພາປຸກລະດົມພະນັກງານ-ສະມາຊິກພັກ, ມະຫາຊົນໃຫ້ມີຄວາມຕັດສິນ ໃຈສູງ, ມີຄວາມດຸໝັ່ນ, ຊື່ສັດປະ ຢັດ, ອົດທົນ ແລະມີຄວາມເສຍສະ ຫຼະ, ດ້ານລາຍຮັບ-ລາຍຈ່າຍແລະ ການດຸ່ນດ່ຽງຄື: ດ້ານລາຍຮັບໃນ 5 ປີຕໍ່ໜ້າຕ້ອງສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 549,65 ຕື້ກີບ, ລາຍຈ່າຍໃຫ້ຢູ່ໃນລະດັບ 2.316,73 ຕື້ກີບ ແລະການດຸ່ນດ່ຽງງົບປະມານ ແຂວງສາລະວັນຈະຂາດດຸນງົບປະມານທັງໝົດ 1.767 ຕື້ກີບ, ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດລາຍງານການເມືອງ,ພ້ອມທັງປ່ອນບັດຄັດເລືອກເອົາເລຂາຄະນະໜ່ວຍພັກຊຸດໃໝ່ຊຶ່ງມີຜູ້ສະໝັກທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມປະຖົມມະລືກໄດ້ເຫັນດີຕົກລົງແຕ່ງຕັ້ງສະ ຫາຍ ນາງ ດາວວີ ສີບຸນເຮືອງ ເປັນເລຂາໜ່ວຍພັກຊຸດໃໝ່, ໄດ້ແຕ່ງຕັ້ງສະຫາຍ ມຸກຕິກາ ວົງສາລະວັນ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະໄດ້ແຕ່ງຕັ້ງ ສະຫາຍ ຄຳພູວົງ ຜຸຍສົມບັດເປັນຄະນະໜ່ວຍ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

__________

ຂຽນໂດຍສິດຕາ ເພັດວົງສາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444