ເມືອງງາ ສະຫຼຸບວຽກງານ 3 ສ້າງຂະແໜງການສຶກສາ

  ວັນທີ 5 ພະຈິກຜ່ານມາຫ້ອງການສຶກສາທິການ ແລະກີລາ ເມືອງງາ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ປະເມີນຜົນງານພະນັກງານລົງກໍ່ສ້າງຮາກຖານຂະແໜງການສຶກ ສາໄລຍະ 9 ເດືອນ ເລີ່ມແຕ່ເດືອນ ກຸມພາຫາ ຕົ້ນເດືອນພະຈິກ 2019, ເປັນປະທານທ່ານ ວຽງໄຊປະທານສະພາປະຊາຊົນເມືອງງາ, ທ່ານ ບຸນໂລຍ ຈິນທະລາ ຫົວໜ້າຫ້ອງການສຶກສາທິການ ແລະກີລາ ເມືອງງາ, ຄະນະຮັບຜິດຊອບການປະເມີນຈາກພະແນກສຶກສາ-ກີລາແຂວງ,ພະນັກງານລົງກໍ່ສ້າງຮາກຖານ, ໜ່ວຍງານ, ຄູ-ອາຈານ,ຄະນະພັດທະນາການສຶກສາກຸ່ມບ້ານເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ການປະເມີນຄັ້ງນີ້ເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ແລະປະເມີນ ຜົນງານພະນັກງານລົງກໍ່ສ້າງຮາກຖານຂະແໜງການສຶກສາໄລຍະ 9 ເດືອນເລີ່ມແຕ່ເດືອນກຸມພາຫາຕົ້ນເດືອນພະຈິກ 2019 ການລົງພື້ນທີ່ກໍ່ສ້າງຮາກຖານການເມືອງແມ່ນເພື່ອສ້າງພະແນກສຶກສາທິການ ແລະກີລາແຂວງເປັນຫົວ ໜ່ວຍຍຸດທະສາດ;ສ້າງຫ້ອງການ ສຶກສາທິການ ແລະກີລາເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ;ສ້າງສະຖານການສຶກສາເປັນຫົວໜ່ວຍພັດທະນາ; ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ໄປຕາມທິດ 3 ສ້າງ,ຊຶ່ງການຈັດຕັ້ງປະຕິບັດການເຄື່ອນ ໄຫວວຽກງານກໍ່ສ້າງຮາກຖານໄດ້ຖອດຖອນບົດຮຽນ ແລະ ລົງພາກສະໜາມສຶກສາຂໍ້ມູນຕົວຈິງຫ້ອງ ການສຶກສາທິການ ແລະກີລາເມືອງ ແລະກຸ່ມໂຮງຮຽນ, ສາມາດຕີລາຄາການຈັດຕັ້ງປະຕິບັດແມ່ນໄດ້ຜົນສໍາເລັດຫຼາຍດ້ານ.

ພາບຂ່າວ:

   ການສ້າງແຜນ ແລະການປະຕິບັດກິດຈະກຳກ່ຽວກັບວຽກງານ 3 ສ້າງຕິດພັນກັບຂະບວນການຮັກຊາດ ແລະພັດທະນາ;ການສ້າງ ແຜນພັດທະນາການສຶກສາ ແລະ ກີລາພາຍໃນເມືອງ;ການສ້າງແຜນບຳລຸງນັກຮຽນອ່ອນພາຍໃນເມືອງໂດຍສະເພາະໃນກຸ່ມໂຮງຮຽນທົດລອງ;ການສ້າງແຜນຄວາມຕ້ອງການຄູ ແລະຈັດສັນຄູຄືນໃໝ່ພາຍໃນເມືອງ,ໂຮງຮຽນ ແລະ ກຸ່ມໂຮງຮຽນຮ່ວມກັບພາກສ່ວນກ່ຽວຂ້ອງ, ການເກັບກຳຂໍ້ມູນສະຖິຕິເດັກໃນເກນອາຍຸເຂົ້າຮຽນ ແລະ ການບຳລຸງຈົບຊັ້ນມັດທະຍົມຕອນຕົ້ນ;ການສຶກສາວິໄຈສະພາບການບໍລິຫານຄຸ້ມຄອງຂອງຜູ້ບໍລິຫານສະຖານການສຶກສາກ່ຽວກັບຜົນສຳເລັດ,ບັນຫາ ແລະສາເຫດເພື່ອວາງແຜນແກ້ໄຂໃນຕໍ່ໜ້າ; ຈັດຕັ້ງການຝຶກອົບຮົມໃນຫົວຂໍ້ການເກັບກຳສະຖິຕິ, ແຜນການ, ງົບປະມານ ແລະອື່ນໆ, ໄດ້ມີການກວດກາ, ຕິດຕາມ ແລະປະເມີນວຽກງານການບໍລິຫານຄຸ້ມຄອງການສຶກສາ ແລະ ກີລາໃນລະດັບໂຮງຮຽນ ແລະກຸ່ມໂຮງຮຽນ, ການຖອດຖອນບົດຮຽນ, ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານເປັນແຕ່ລະໄລຍະ (ໄລຍະ 3 ເດືອນ, 6 ເດືອນ,9 ເດືອນ) ໃຫ້ຫ້ອງການສຶກສາທິການ ແລະກີລາເມືອງ, ພະແນກສຶກສາທິການ ແລະກີລາແຂວງ,ກົມຈັດຕັ້ງ ແລະພະນັກງານ, ຫ້ອງ ການຄະນະພັກກະຊວງສຶກສາທິການ ແລະກີລາໄດ້ດີ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

---------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດສັງຄົມ