ມສ ທ່າແຕງ ເລື່ອນສະມາຊິກພັກສຳຮອງເປັນສົມບູນ

  ເມື່ອບໍ່ດົນມານີ້ທີ່ໂຮງຮຽນ ມສ ທ່າແຕງ ໄດ້ມີພິທີເລື່ອນສະມາຊິກພັກສຳຮອງ 5 ສະຫາຍ, ຍິງ 4 ສະຫາຍ ຂອງໜ່ວຍພັກ ໂຮງຮຽນ ມສ ທ່າແຕງ ຂຶ້ນເປັນສະມາ ຊິກພັກສົມບູນໂດຍເປັນປະທານຂອງທ່ານ ໄຊສະໝອນ ເພນພະຈັນ ເລຂາໜ່ວຍພັກໂຮງຮຽນ ມສ ທ່າແຕງ, ທ່ານ ອຸດົມໄຊ ດອມ ສະຫວັນ ຮອງເລຂາຄະນະພັກ ຮາກຖານຫ້ອງການສຶກສາທິການ ແລະກີລາເມືອງທ່າແຕງ, ມີຄະນະໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນ ແລະສະມາຊິກພັກສຳຮອງຕະຫຼອດຮອດມະຫາຊົນກ້າວໜ້າພາຍໃນໜ່ວຍເຂົ້າຮ່ວມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ທ່ານ ນາງ ກອງສີ ເພັດສະລາດ ຮອງເລຂາໜ່ວຍພັກໂຮງຮຽນ ມສ ທ່າແຕງ ໄດ້ກ່າວວ່າ:ການຮັບເອົາສະມາຊິກພັກສໍາຮອງຈໍານວນ 5 ສະຫາຍ, ຍິງ 4 ສະຫາຍ ຕາມຂໍ້ຕົກລົງຂອງຄະນະປະຈຳພັກເມືອງທ່າແຕງວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ,ໂດຍອີງໃສ່ກົດລະບຽບຂອງພັກປະຊາ ຊົນປະຕິວັດລາວ,ດັ່ງນັ້ນ ຄະນະປະຈຳພັກເມືອງທ່າແຕງຕົກລົງເຫັນດີອະນຸມັດເລື່ອນສະມາຊິກພັກສຳຮອງ 5 ສະຫາຍດັ່ງກ່າວຂຶ້ນເປັນສະມາຊິກພັກສົມບູນທີ່ສັງກັດຢູ່ໜ່ວຍພັກໂຮງຮຽນມສ ທ່າແຕງເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຊຶ່ງທຸກສະຫາຍໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ແລະປະຕິບັດໜ້າທີ່ວຽກງານທີ່ພັກ-ລັດກໍ່ຄືຂັ້ນເທິງມອບໝາຍໃຫ້ເປັນໄລຍະ 12 ເດືອນ ຕາມລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ, ໃນຂະນະດຽວກັນຮັບເອົາມະຫາຊົນກ້າວ ໜ້າ 6 ສະຫາຍ, ຍິງ 4 ສະຫາຍ ເຂົ້າເປັນສະມາຊິກພັກສໍາຮອງຕື່ມອີກ.

 

  ໂອກາດດັ່ງກ່າວທ່ານເລຂາໜ່ວຍພັກໂຮງຮຽນ ມສ ທ່າແຕງຍັງໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ຊຶ່ງຍົກໃຫ້ເຫັນເຖິງຕົ້ນກຳເນີດ ແລະພາລະບົດບາດໃນການຊີ້ນຳ-ນຳ ພາຂອງພັກປະຊາຊົນປະຕິວັດລາວໃຫ້ສະມາຊິກພັກສໍາຮອງໃໝ່ໄດ້ຮັັບຮູ້ ແລະເຂົ້າໃຈຕໍ່ກັບແນວທາງການນຳພາຂອງພັກ, ພ້ອມເນັ້ນໃຫ້ສະມາຊິກພັກສົມບູນໃໝ່ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນແນວທາງທິດສະດີມາກ-ເລນິນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນຕໍ່ໜ້າໃຫ້ກາຍເປັນສະມາ ຊິກ ພັກທີ່ດີເດັ່ນ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນໃນການປະຕິບັດໜ້າທີ່ວຽກງານຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນດີເປັນກ້າວໆ.

ສະໜັບສະໜຸນໂດຍ: HONDA

----------------

ໜັງສືພິມເສດຖະກິດ-ສັງຄົມ