ກູເກິລ ອາດສິສແຕນ ໂສມໃໝ່ໄວຂຶ້ນສະຫຼາດຂຶ້ນ ແລະປອດໄພຫຼາຍຂຶ້ນ

  ກ່ອນໜ້ານີ້ໃນງານ Google I/O 2019 ທີ່ຜ່ານມາ Google ເປີດໂຕ Google Assistant 2.0 ທີ່ເຮັດວຽກໄວຂຶ້ນຫຼາຍກວ່າ ເກົ່າເຖິງ 10 ເທົ່າ ໂດຍການຍ້າຍຟາຍ database ສຳລັບວິເຄາະຂໍ້ມູນສຽງຂອງ Google Assis tant ມາໄວ້ໃນເຄື່ອງເລີຍເປັນຜົນມາຈາກການບີບຟາຍ data ນັ້ນໃຫ້ນ້ອຍພໍທີ່ຈະນຳມາໃສ່ໄວ້ໃນສະມາດໂຟນ.

ຊຶ່ງພໍມາເຖິງງານ Made byGoogle ປະຈຳປີ 2019 ທາງ Google ໄດ້ນຳຟີເຈີນັ້ນມາໃສ່ໃນ ເຄື່ອງ  Google Pixel 4  ແລະ4XL ຮຽບຮ້ອຍແລ້ວເປັນ Google Assistant ໂສມໃໝ່ທີ່ປ່ຽນແປງໜ້າຕາໄປຫຼາຍພໍສົມຄວນເບິ່ງສວຍ ງາມມີສີສັນສົດໃສຕາມສີປະຈຳຂອງ Google ແລະມີດິໄຊທີ່ເບິ່ງ ແລ້ວລຽບງ່າຍຫຼາຍຂຶ້ນແລະດ້ວຍເຫດຜົນທີ່ນຳຟາຍ data ຂອງຕົວ Assistant ມາໄວ້ໃນເຄື່ອງຈຶ່ງເຮັດໃຫ້ Google Assistant ສາມາດເຮັດວຽກໄດ້ແບບອອຟລາຍ ແລະໂຕ້ຕອບກັບຜູ້ໃຊ້ງານໄດ້ຢ່າງ ວ່ອງໄວ ແລະດ້ວຍທີ່ Google Pixel 4 ເປັນສະມາດໂຟນທີ່ມີລະບົບປອດໄພຫຼາຍທີ່ສຸດຈຶ່ງເຮັດໃຫ້ເຮົາບໍ່ຕ້ອງຢ້ານວ່າ Google Assistant ຈະເຮັດໃຫ້ຂໍ້ມູນເຮົາຮົ່ວໄຫຼໄດ້ຢ່າງຫາຍຫ່ວງ.

ໂດຍຍັງບໍ່ມີກຳນົດການອັບເດດ Assistant ໃຫ້ກັບເຄື່ອງສະມາດໂຟນຕົວອື່ນໆ ຫຼື Pixel ລຸຸ້ນເກົ່າ ແລະຄາດວ່າຈະ Exclusive ໃຫ້ກັບ Google Pixel 4 ແລະ4 XL ໄປໄລຍະໜຶ່ງ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ