ຊາອຸດິອາຣາມໂກ ບໍລິສັດນໍ້າມັນກຳໄລຫຼາຍ ທີ່ສຸດໃນໂລກ

  ຊາອຸດິດອາຣາມໂກ ລັດວິສາຫະກິດນໍ້າມັນຂະໜາດໃຫຍ່ຂອງຊາອຸດິດອາຣັບບີຊຶ່ງເປັນບໍລິ ສັດທີ່ສາມາດສ້າງກຳໄລໄດ້ຫຼາຍທີ່ສຸດຂອງໂລກເຜີຍແຜ່ເອກກະສານສະບັບຍາດຢຽດເມື່ອວັນທີ 9 ພະຈິກທີ່ຜ່ານມາທີ່ໃຫ້ລາຍລະອຽດຫຼາຍຂຶ້ນກ່ຽວກັບການເຂົ້າຈົດທະບຽນຊຶ້ຂາຍໃນຕະຫຼາກຫຼັກຊັບແຕ່ນັ້ນກໍຍັງຄົງບໍ່ມີຄວາມຊັດເຈນວ່າບໍລິສັດຈະສະເໜີຂາຍຮູ້ນເປັນຈຳນວນເທົ່າໃດກັນແທ້

  ໃນໜັງສືພິມຊີ້ຊວນຄວາມຍາວຫຼາຍກວ່າ 600 ສະບັບນີ້ລະບຸວ່ານັກລົງທຶນລາຍຍ່ອຍລາຍບຸກຄົນຈະມີໂອກາດຊື້ຮຸ້ນເຊັ່ນດຽວກັບພວກນັກລົງທຶນລະດັບສະຖາບັນລາຍໃຫຍ່ໆແຕ່ບໍ່ໄດ້ບອກແຈ້ງວ່າອາຣາມໂກຈະຂາຍຮຸ້ນອອກມາໃນຄາວນີ້ເປັນຈຳນວນທັງໝົດເທົ່າໃດລວມທັງບໍ່ບອກເວລາທີ່ຈະນຳເຂົ້າຈົດທະບຽນຊື້ຂາຍສະນັ້ນເອກະສານສະບັບນີ້ກໍໄດ້ລະບຸເຖິງຄວາມເສຍຫາຍຕ່າງໆທີ່ອາດຈະເກີດຂຶ້ນມາໄດ້ຊຶ່ງລວມທັງການທີ່ລັດຖະບານອາດຈະຄວບຄຸມປະລິມານການຜະລິດນໍ້າມັນ ແລະ ການທີ່ອາດຈະຖືກໂຈມຕີຈາກພວກກໍ່ການຮ້າຍ

ມົງກຸດລາຊກຸມານເຈົ້າຊາຍໂມ ຮຳເໝັດ ບິນ ຊັນມານ ຊຶ່ງເຫັນກັນວ່າ ເປັນຜູ້ບໍລິຫານສູງສຸດໃນທາງພຶດຕິໄນຂອງຊາອຸອາຣັບບີເວລາ ນີ້ກຳລັງຫາທາງຂາຍຮຸ້ນຂອງລັດວິສາຫະກິດແຫ່ງນີ້ ເພື່ອລະດົມທຶນຈຳນວນຫຼາຍຕື້ໂດລາສະຫະລັດມາໃຊ້ຈ່າຍສຳລັບການເຮັດໃຫ້ເສດຖະກິດຂອງປະເທດມີຄວາມກະຈາຍຕົວຫຼາຍຂຶ້ນໂດຍຈະມຸ້ງລົງທຶນໃນອຸດສາຫະກຳທີ່ບໍ່ ແມ່ນພາກພະລັງງານແທນທີ່ຈະເພີ່ງພາອາໄສການສົ່ງອອກນໍ້າມັນພຽງຢ່າງດຽວເຊັ່ນໃນປະຈຸບັນ.

 ------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົ