ຄວກ ສຳເລັດການແຂ່ງຂັນກີລາພາຍໃນປະຈຳສົກຮຽນ

ໂດຍ: ເຂີຍບ້ານຫ້ອມ

   ວັນທີ 23 ມັງກອນຜ່ານມາທີ່ສະໜາມກິລາກາງມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ນະຄອນຫຼວງວຽງຈັນ, ຄະນະວິທະຍາສາດການກີລາ-ກາຍະກຳ (ຄວກ) ມະຫາວິທະຍາໄລແຫ່ງຊາດສຳເລັດການແຂ່ງຂັນກີລາ 4 ປະເພດຄື: ເຕະບານຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ ແລະເປຕັງພາຍໃນຊີງຂັນວ່າການຄະນະບໍດີປະຈຳສົກຮຽນ 2018-2019 ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກີລາທົ່ວມະຫາວິທະຍາໄລແຫ່ງຊາດສົກຮຽນ 20182019.ພິທີປິດການແຂ່ງຂັນກິລາຄັ້ງນີ້ໂດຍໃຫ້ກຽດເປັນປະທານຂອງທ່ານອານຸລົມ ວິໄລພອນວ່າການຄະນະບໍດີຄະນະວິທະຍາສາດການກີລາ-ກາຍະກຳ, ມີທ່ານໃຈ ລາສີ  ຍໍພັນໄຊຫົວໜ້າພະແນກວິທະຍາສາດການກີລາ-ກາຍະກຳພ້ອມດ້ວຍຄະນະ, ຄູອາຈານ, ນັກສຶກສາ ແລະນັກກີລາຈາກ 2 ພາກວິຊາຄື: ພາກວິຊາຄູພະລະສຶກສາ ແລະພາກວິຊາຄູຝຶກເຕະບານເຂົ້າຮ່ວມ.

   ການແຂ່ງຂັນກີລາດັ່ງກ່າວແມ່ນເລີ່ມມາຕັ້ງແຕ່ວັນທີ 10 ທັນວາ 2018 ຫາວັນທີ 23 ມັງກອນ 2019 ກໍ່ສຳເລັດລົງຕາມຄາດໝາຍໂດຍມີການແຂ່ງຂັນທັງໝົດ 4 ປະເພດກີລາຄື: ເຕະບານຊາຍ, ກີລາບານສົ່ງຍິງ-ຊາຍ, ກີລາກະຕໍ້ຍິງ-ຊາຍແລະກີລາເປຕັງ, ມີ 12 ຫ້ອງຈາກ 2 ພາກວິຊາຄື: ພາກວິຊາຄູພະລະສຶກສາ ແລະພາກວິຊາຄູຝຶກເຕະບານເຂົ້າຮ່ວມ. ຜ່ານການແຂ່ງຂັນຜົນປາກົດວ່າເຕະບານຊາຍອັນດັບ 1 ນັກສຶກສາປີ 2A, ອັນດັບ 2 ນັກສຶກສາປີ 2 ແລະອັນດັບ 3 ນັກສຶກສາປີ 3; ກີລາບານສົ່ງຊາຍອັນດັບ 1 ນັກສຶກສາປີ 4, ອັນດັບ 2 ນັກສຶກສາປີ 1B ແລະອັນດັບ 3 ນັກສຶກສາປີ 2C; ກີລາບານສົ່ງຍິງອັນດັບ 1 ນັກສຶກສາ ປີ 4+ປີ 2 ຕໍ່ເນື່ອງ, ອັນດັບ 2 ນັກສຶກສາປີ2 A+ອານຸປະລິນຍາ ແລະອັນດັບ 3 ນັກສຶກສາປີ 1B; ກີລາກະຕໍ້ຊາຍ ອັນດັບ 1 ນັກສຶກສາປີ 2C, ອັນ ດັບ 2 ນັກສຶກສາປີ 2 ຕໍ່ເນື່ອງ ແລະອັນດັບ 3 ນັກສຶກສາປີ 1A; ກິລາກະຕໍ້ຍິງອັນດັບ 1 ນັກສຶກສາ ປີ 1A, ອັນດັບ2 ນັກສຶກສາປີ 2 ຕໍ່ເນື່ອງ ແລະອັນດັບ 3 ນັກສຶກສາ ປີ1 B; ກີລາເປຕັງທີມຊາຍອັນດັບ 1 ນັກສຶກສາປີ 2A, ອັນດັບ 2 ນັກສຶກສາປີ 2B ແລະອັນດັບ 3 ນັກສຶກສາປີ1B; ກີລາເປຕັງທີມຍິງອັນດັບ 1 ນັກສຶກສາປີ 2 ຕໍ່ເນື່ອງ, ອັນດັບ 2 ນັກສຶກສາປີ 2B ແລະອັນດັບ 3 ນັກສຶກສາປີ 2C ແລະກີລາເປຕັງທີມຊຸດປະສົມອັນດັບ 1 ນັກສຶກສາປີ 1A, ອັນດັບ 2 ນັກສຶກສາປີ 2 ຕໍ່ເນື່ອງ ແລະອັນດັບ 3 ນັກສຶກສາປີ 4.