ໂຮງຮຽນ 3 ແຫ່ງເມືອງຫົງສາ ໄດ້ຮັບອຸປະກອນການຮຽນ

  ພິທີມອບຮັບອຸປະກອນ ການຮຽນ-ການສອນ ແລະອຸປະກອນກີລາໃຫ້ແກ່ໂຮງຮຽນ 3 ແຫ່ງທົ່ວເມືອງຫົງສາ ໄດ້ຈັດຂຶ້ນໃນວັນ ທີ 5 ພະຈິກຜ່ານມາທີ່ໂຮງຮຽນປະຖົມສົມບູນ ບ້ານສີບຸນເຮືອງ ເມືອງຫົງສາ ໃຫ້ກຽດມອບໂດຍ ພະອາຈານ ສົມປະດິດ ພີມມະຈັນ ຕົວແທນຈາກຄະນະນະຄອນຫຼວງວຽງຈັນ  ພ້ອມດວ້ຍຄະນະສົງຂອງ ແຂວງ, ຂອງເມືອງ,ຕາງໜ້າກ່າວຮັບຂອງທ່ານ ແກ້ວ ພວງແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີອໍານວຍການໂຮງຮຽນທັງ 3 ແຫ່ງຂອງ ເມືອງພ້ອມດ້ວຍພະນັກງານຄູ-ອາຈານທີ່ກຽ່ວຂ້ອງເຂົ້າຮວ່ມເປັນສັກຂີພິຍານ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີອຸປະກອນການຮຽນສອນຄືປຶ້ມແບບຮຽນວິຊາຄະນິດສາດ, ປຶ້ມແບບຮຽນວິຊາພາສາລາວ, ປຶ້ມແບບຮຽນວິຊາໂລກອ້ອມຕົວ,ອຸປະກອນກີລາ,ປຶ້ມຂຽນພ້ອມດ້ວຍອຸປະກອນຕ່າງໆ ລວມຄ່າທັງໝົດເກືອບ 15 ລ້ານກີບໃຫ້ແກ່ໂຮງຮຽນ 3 ແຫ່ງຂອງເມືອງຫົງສາຄືໂຮງຮຽນປະຖົມສົມບູນບ້ານສີບຸນເຮືອງ, ໂຮງຮຽນປະຖົມສົມບູນ ບ້ານຫ້ວຍຈ້ວງ ແລະໂຮງຮຽນມັດທະຍົມສົມບູນ ບ້ານພູແລ້ງ.

ໃນໂອກາດນີ້ທ່ານ ແກ້ວ ພວງ ແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ກັບຄະນະສົງທີ່ໃຫ້ຄວາມສໍາຄັນຕໍ່ກັບໂຮງຮຽນທີ່ຢູ່ໃນຕົວ ເມືອງ ແລະເຂດຫ່າງໄກສອກຫຼີກທີ່ຍັງຂາດເຂີນ, ຈະນໍາເອົາເຄື່ອງດັ່ງກ່າວນີ້ລົງໄປມອບໃຫ້ນ້ອງນັກຮຽນໃຫ້ທົ່ວເຖິງ ແລະຫວັງຢ່າງຍິ່ງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກພະສົງຈາກຄະນະນະຄອນຫຼວງວຽງຈັນ, ແຂວງ ແລະເມືອງຕື່ມອີກ.

-------------------

ພາບ ແລະຂ່າວຈາກ  ໜັງສືພິມເສດຖະກິດ-ສັງຄົມ