ຢູ 19 ທີມຊາດລາວຜ່ານເຂົ້າຮອບສຸດທ້າຍ ບານເຕະຊີງແຊັມອາຊີ 2020

   ອານັນຕະຊາ ສີພົງພັນ ແລະໂຈນີ ແຫວນປະເສີດ 2 ນັກເຕະຈາກສະໂມສອນເອສະຣາເອັຟຊີຍິງຄົນລະ 2 ປະຕູ ພາທີມຊາດ ລາວ ຢູ 19 ຖະຫຼົ່ມທີມມາເກົາ 6-0 ຜ່ານເຂົ້າຮອບສຸດທ້າຍໄດ້ສຳເລັດ.

ວັນອາທິດ 10 ພະຈິກ 2019 ທີຜ່ານມາທີມຊາດລາວ ລົງສະໜາມນັດສຸດທ້າຍ ໂດຍພົບກັບທີມ ມາເກົາ ແຂ່ງຂັນຢູ່ສະໜາມກີລາ NationalStadium (Kaoh siung City), CHINESE TAI PEI ຊຶ່ງທີມຊາດລາວ ລົງແຂ່ງ ຂັນ 2 ນັດ ຊະນະ 1 ສະເໝີ 1 ມີ 4 ຄະແນນຕ້ອງຊະນະເທົ່ນັ້ນ ເພື່ອລຸ້ນເຂົ້າຮອບສຸດທ້າຍໃນການ ແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ກຸ່ມ H ຫຼື AFC U-19CHAMPIONSHIP 2020, ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວສາມາດຍິງຖະຫຼົ່ມມາເກົາ 6-0 ໂດຍທີມຊາດລາວ ໄດ້ 3 ປະຕູ ເຄິ່ງເວລາທຳອິດຈາກການສະກັດກັ້ນບານຜິດລ່ຽນເຂົ້າ ປະຕູຕົນເອງ 2 ປະຕູຈາກນັກເຕະມາເກົາ ໃນນາທີ 17 ແລະໃນນາທີ 45+1, ສ່ວນອີກ 1 ປະຕູໄດ້ຈາກການຍິງຂອງອານັນຕະຊາສີພົງພັນ ນາທີ 42 ສ່ວນເຄິ່ງທີສອງທີມຊາດລາວ ສາມາດຍິງໄດ້ເພີ່ມອີກ 3 ປະຕູຈາກ: ໂຈນີ ແຫວນ ປະເສີດ ຍິງສອງປະຕູ ນາທີ 53, 85 ແລະອານັນຕະຊາ ສີພົງພັນ ນາທີ 82 ຈົບເກມການແຂ່ງຂັນ ທີມຊາດລາວ  ຊະນະມາເກົາ 6-0, ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມ ຊາດລາວ ຢູ 19 ສ້າງປະຫວັດ ສາດໃຫ້ກັບທີມຊາດລາວຜ່ານເຂົ້າ ຮອບສຸດທ້າຍທີ່ປະເທດອຸເບກິສ ຖານ.

ສະຫຼຸບຜົນການແຂ່ງຂັນທີມ ຊາດລາວ ລົງສະໜາມ 3 ນັດຊະ ນະ 2 ສະເໝີ 1 ມີ 7 ຄະແນນ,ນັດທີ 1 ວັນທີ 6 ພະຈິກ 2019 ລາວສະເໝີອົດສະຕຣາລີ 2-2, ນັດທີ 2 ວັນທີ 8 ພະຈິກ 2019 ລາວຊະນະໄຕ້ຫວັນ 2-1, ນັດທີ 3 ວັນທີ 10 ພະຈິກ 2019 ລາວ ຊະນະມາເກົາ 6-0, ລາຍການດັ່ງກ່າວແມ່ນຄັດເອົາແຊັມຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະອັນດັບ 2 ທີ່ ມີຄະແນນດີທີ່ສຸດຜ່ານເຂົ້າຮອບ ສຸດທ້າຍຢູ່ທີ່ ອຸເບກິສຖານ.

----------------

ພາບ ແລະຂ່າວຈາກ  ໜັງສືພິມເສດຖະກິດ-ສັງຄົມ