ໂຮງຮຽນຊົນເຜົ່າອຸດົມໄຊ ເລືອກຄະນະຊາວໜຸ່ມຊຸດໃໝ່

  ເມື່ອທ້າຍອາທິດຜ່ານມາ ໄດ້ມີກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍຊາວໜຸ່ມໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊພາຍໃຕ້ການເປັນປະທານຂອງທ່ານ ພູວັງ ສີບຸນເຮືອງ ເລຂາໜ່ວຍຊາວໜຸ່ມໂຮງຮຽນ, ເຂົ້າຮ່ວມມີທ່ານ ສົມດີເຕັງເບຣຍຈື ຄະນະບໍລິຫານ ຊາວໜຸ່ມແຂວງ, ທ່ານ ສົມຈັນ ພົນທະສິດ ຮັກສາການຜູ້ອຳນວຍການ ໂຮງຮຽນ,ມີແຂກເຊີນຈາກບັນດາໜ່ວຍຊາວໜຸ່ມພະແນກການອ້ອມຂ້າງ, ມີສະມາຊິກໜຸ່ມ ແລະນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະຜ່ານມາພ້ອມນັ້ນຍັງໄດ້ມີຄວາມເປັນເອກະພາບຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການໃນ 5 ປີຕໍ່ໜ້າ, ນອກນີ້ໃນກອງປະຊຸມ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ສະມາຊິກຊາວໜຸ່ມຜູ້ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວ ໜຸ່ມກໍ່ຄືການປະກອບສ່ວນສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາລວມທັງໝົດ 95 ທ່ານ, ຍິງ 41 ທ່ານ, ທັງນີ້ຍັງໄດ້ຮັບຮອງ ເອົາໜ່ວຍຊາວໜຸ່ມ 4 ບຸກປະຈຳປີ 2019.

ນອກນີ້ ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍ ຊາວໜຸ່ມຊຸດໃໝ່ ໂດຍໄດ້ເຫັນດີເປັນ ເອກະພາບເລືອກເອົາທ່ານ ແສງ ເດືອນ ອະນຸວົງ ເປັນເລຂາໜ່ວຍ ຊາວໜຸ່ມ, ທ່ານ ນາງ ປະພັນ ອິນທະວົງ ເປັນຮອງເລຂາທັງເປັນປະທານກວດກາ, ທ່ານ ສົມເພັດ ພົມ ມະແສນ ເປັນຮອງເລຂາ, ທ່ານ ຄຳໄຫຼ ຕະຫັບ ແລະທ່ານ ສຸກັນ ອິນທະວົງ ເປັນຄະນະ.

ໂອກາດນີ້ທ່ານ ສົມດີ ເຕັງ ເບຣຍຈື ໄດ້ໂອ້ລົມ ແລະໃຫ້ທິດຊີ້ ນຳຫຼາຍບັນຫາກ່ອນອື່ນໄດ້ຍ້ອງຍໍ ຊົມເຊີຍຜົນງານທີ່ຄະນະໜ່ວຍຊາວ ໜຸ່ມທີ່ຍາດມາໄດ້ຊຶ່ງມັນສະແດງອອກໃນບົດລາຍງານການເມືອງ ມີຫຼາຍວຽກງານທີ່ພົ້ນເດັ່ນພ້ອມນັ້ນຍັງໄດ້ເນັ້ນໜັກບາງວຽກງານທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າເພື່ອເຮັດໃຫ້ການຈັດຕັ້ງໜ່ວຍຊາວໜຸ່ມມີຄວາມເຂັ້ມແຂງ ແລະເປັນທ່າ ແຮງໃຫ້ຄະນະພັກເປັນຕົ້ນແມ່ນການສຶກສາອົບຮົມແນວຄິດພາຍໃນໜ່ວຍພ້ອມກັນປະຕິບັດຂໍ້ແຂ່ງ ຂັນ 4 ບຸກຂອງຊາວໜຸ່ມ,ຕ້ອງຮັບປະກັນໃຫ້ເປັນຂະບວນການຟົດຟື້ນ ແລະຊຸກຍູ້ພາຍໃນໜ່ວຍໃຫ້ເປັນຄອບຄົວຕົວແບບໃນຕໍ່ໜ້າ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ