ທະນາຄານສາຂາແຂວງຜົ້ງສາລີ ຈະປ່ອຍສິນເຊື່ອໃຫ້ໄດ້ 292 ຕື້ກີບ

  ທະນາຄານທຸລະກິດສາຂາ ແຂວງຜົ້ງສາລີ ໄດ້ກໍານົດການປ່ອຍໃນ 3 ປີນີ້ ໃຫ້ໄດ້ 292,55 ຕື້ກີບ ແລະຈະລະດົມເງິນຝາກໃຫ້ໄດ້ 508,05 ຕື້ກີບ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ກັບລະບົບທະນາຄານ ແລະຊຸກຍູ້ສົ່ງເສີມບັນດາທຸລະກິດຂະໜາດນ້ອຍ ແລະກາງລວມເຖິງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.

  ອີງຕາມຂໍ້ມູນຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ: ບັນດາທະນາຄານທຸລະກິດສາຂາແຂວງຜົ້ງສາລີ ເຊັ່ນ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານນະໂຍບາຍ, ສະຖາບັນການເງິນຈຸລະພາກ ໄດ້ ວາງເປົ້າໝາຍການປ່ອຍສິນເຊື່ອເຂົ້າໃນຂະແໜງກະສິກໍາ, ອຸດສາ ຫະກໍາ, ການກໍ່ສ້າງ ແລະ ການບໍລິການໃນປີ 2019 ນີ້ ໃຫ້ໄດ້ຈໍານວນ 399,26 ຕື້ກີບທັງນີ້ກໍ່ເພື່ອເປັນການຊ່ວຍຍົກລະດັບການພັດທະນາເສດຖະກິດ ແລະ ສະ ໜອງເງິນໃຫ້ກັບຫົວໜ່ວຍທຸລະກິດພາຍໃນ ແຂວງທຸກປະເພດທັງຂະໜາດ ນ້ອຍ ແລະກາງລວມເຖິງປະຊາຊົນບັນດາເຜົ່າໃນຂອບເຂດເງື່ອນໄຂດ້ວຍອັດຕາດອກເບ້ຍທີ່ສົມເຫດ ສົມຜົນ ເຮັດໃຫ້ທຸລະກິດດັ່ງກ່າວ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍ ຂຶ້ນ, ສ່ວນການລະດົມເງິນຝາກ ຄາດວ່າໃນປີ 2019 ນີ້ ຈະສູ້ຊົນລະດົມເງິນຝາກໃຫ້ໄດ້ 540,70 ຕື້ກີບ ທັງນີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບທະນາຄານ ແລະຄວາມໄວ້ວາງໃຈໃຫ້ແກ່ລູກຄ້າ ແນໃສ່ສະໜອງສິນເຊື່ອເພື່ອການພັດທະນາ ແລະສາ ມາດເຂົ້າເຖິງປະຊາຊົນໄດ້ເປັນຢ່າງດີ.

ສະໜັບສະໜຸນໂດຍ: HONDA

  ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນຜ່ານມາບັນດາທະນາຄານດັ່ງກ່າວສາມາດລະດົມເງິນຝາກໄດ້ທັງໝົດ 594,93 ຕື້ກີບ ເທົ່າກັບ94,64% ຂອງແຜນການ, ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7,72% ແລະປ່ອຍສິນ ເຊື່ອໄດ້ 284,69 ຕື້ກີບ ເທົ່າກັບ 75,90% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 3,25% ໃນນີ້ທະນາຄານພັດທະນາລາວສາມາດລະດົມເງິນຝາກໄດ້178,23 ຕື້ກີບ ເທົ່າກັບ 90,98% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 0,81% ແລະປ່ອຍເງິນກູ້ໄດ້ 166,17ຕື້ກີບເທົ່າກັບ 92,36% ຂອງແຜນການ,ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 3,76%; ທະນາຄານສົ່ງເສີມກະສິກໍາສາມາດລະດົມເງິນຝາກໄດ້ 107,67 ຕື້ກີບ ເທົ່າກັບ 97% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,04% ແລະປ່ອຍສິນເຊື່ອໄດ້64,47 ຕື້ກີບ ເທົ່າກັບ 80,58% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 2,45%.  

  ສ່ວນທະນາຄານການຄ້າຕ່າງປະເທດລາວລະດົມເງິນຝາກໄດ້ 281,61 ຕື້ກີບ ເທົ່າກັບ 98,77% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 17,83% ແລະປ່ອຍເງິນກູ້ໄດ້ 30,61 ຕື້ກີບ ເທົ່າກັບ 73,76% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 16,80%; ທະນາຄານນະໂຍ ບາຍສາມາດປ່ອຍສິນເຊື່ອໄດ້ 1,70 ຕື້ກີບເທົ່າກັບ 3,96% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 79,05%; ສະຖາບັນການເງິນຈຸລະພາກລະດົມເງິນຝາກໄດ້ 27,42 ຕື້ກີບ, ເທົ່າກັບ 74,82% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 17,66% ແລະປ່ອຍເງິນກູ້ໄດ້ 21,73 ຕື້ກີບ ເທົ່າກັບ 70,84% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 5,86%.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ນອກຈາກນີ້ໃນທິດທາງ 3 ເດືອນທ້າຍປີບັນດາທະນາຄານສາຂາແຂວງຜົ້ງສາລີຈະສູ້ຊົນລະດົມເງິນຝາກໃຫ້ໄດ້ 508,05 ຕື້ກີບແລະປ່ອຍສິນເຊື່ອໃຫ້ໄດ້ 292,55 ຕື້ກີບ ທັງນີ້ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ແລະປະຊາຊົນບັນດາເຜົ່າພາຍໃນແຂວງທີ່ມີຄວາມຕ້ອງການທຶນຮອນເຂົ້າໃນການຜະລິດ.

_________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444