ຫ້ອງພະລາທິການສະຫຼຸບການແຂ່ງຂັນກີລາ

  ເມື່ອອາທິດຜ່ານມາໄດ້ມີ ພິທີປິດການແຂ່ງຂັນກີລາມິດຕະພາບຂອງຫ້ອງພະລາທິການທະຫານແຂວງຫຼວງພະບາງ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການທະຫານ ແຂວງຫຼວງພະບາງ ໂດຍການເປັນ ປະທານຂອງທ່ານພັນໂທ ສີວິໄຊ ເພັງສັນຕິສຸກຮອງກອງບັນຊາການຫົວໜ້າຫ້ອງພະລາທິການທະຫານແຂວງ, ມີຄະນະພັກອົງ ການອ້ອມຂ້າງ ແລະພະນັກງານ-ນັກຮົບພາຍອົງການດັ່ງກ່າວເຂົ້າຮ່ວມ.

ຜ່ານການແຂ່ງຂັນນັບແຕ່ວັນທີ 16 ຕຸລາ -7 ພະຈິກ 2019 ກີລາເປຕັງທີ 1 ໄດ້ແກ່ຈຸ III ຂອງໜ່ວຍ ເສນາຮັກ-ຜະລິດໄດ້ຮັບຂັນ 1 ໜ່ວຍເງິນສົດ 2,5 ແສນກີບ, ອັບດັບ 2 ໄດ້ແກ່ຈຸ I ຂອງໜ່ວຍ ພັກແຜນການ-ການເງິນໄດ້ຮັບຂັນ 1 ໜ່ວຍເງິນສົດ 2 ແສນກີບ, ທີ 3 ໄດ້ແກ່ຈຸ III ຂອງໜ່ວຍພັກ ແຜນການ-ການເງິນໄດ້ຮັບຂັນ 1 ໜ່ວຍເງິນສົດ 1,5 ແສນກີບ, ປະເພດກີລາບານເຕະອັນດັບທີ 1 ໄດ້ ແກ່ໜ່ວຍພັກອຸປະໂພກ-ກໍ່ສ້າງ, ທີ 2 ໄດ້ແກ່ໜ່ວຍພັກຂົນສົ່ງ-ເຊື້ອ ໄຟ ແລະທີ 3 ໄດ້ແກ່ໜ່ວຍພັກ ເສນາຮັກ-ຜະລິດ, ສ່ວນກີລາບານສົ່ງຍິງ-ຊາຍທີ 1 ໄດ້ແກ່ໜ່ວຍພັກ ອຸປະໂພກ-ກໍ່ສ້າງ, ທີ 2 ໄດ້ແກ່ໜ່ວຍພັກແຜນການ-ການເງິນ ແລະ ທີ3 ໄດ້ແກ່ໜ່ວຍພັກຂົນສົ່ງ-ເຊື້ອ ໄຟສຳລັບລາງວັນບານເຕະ ແລະ ບານສົ່ງອັນດັບທີ1 ໄດ້ຮັບຂັນ 1 ໜ່ວຍເງິນສົດ 2 ແສນກີບ, ທີ2 ຂັນ 1ໜ່ວຍເງິນສົດ 1,5 ແສນກີບ ແລະທີ 3 ຂັນ 1ໜ່ວຍເງິນສົດ 1 ແສນກີບ.

ໃນໂອກາດດັ່ງກ່າວທ່ານ ພັນ ໂທ ສີວິໄຊ ເພັງສັນຕິສຸກ ກ່າວວ່າ:ການແຂ່ງຂັນກີລາໃນຄັ້ງນີ້ກໍ່ເພື່ອເປັນການສ້າງຂະບວນການພາຍໃນຫ້ອງພະລາທິການທະຫານ ແຂວງເພື່ອສ້າງຜົນງານຂໍ່ານັບຮັບກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ມີບັນຍາກາດອັນຟົດຟື້ນເບີກ ບານມ່ວນຊື່ນ ແລະເຕັມໄປດ້ວຍຄວາມໝາຍສໍາຄັນຢ່າງເລິກເຊິ່ງ, ພ້ອມທັງເປັນການເສີມສ້າງພົບປະສ້າງສັນຄວາມສາມັກຄີໄມຕີຈິດມິດຕະພາບລະຫວ່າງໜ່ວຍພັກພະນັກງານ-ນັກຮົບພາຍໃນກົມກອງໃຫ້ມີຄວາມໜັກແໜ້ນ ແລະ ຍັງເປັນການຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍສ້າງໃຫ້ພະນັກງານ-ນັກຮົບມີສຸຂະພາບທີ່ແຂງແຮງສົມບູນກຽມພ້ອມເຮັດສໍາເລັດໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ