2019 ສາລະວັນຈະເຮັດໃຫ້ເສດຖະກິດຂະຫຍາຍໂຕໃນລະດັບ 8ເປີເຊັນ ຂຶ້ນໄປ

     ເພື່ອເປັນການຊຸກຍູ້ສົ່ງເສີມສືບຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2019 ໄດ້ມີການພັດທະນາດີຂື້ນໄປເທື່ອລະກ້າວຕາມແນວທາງຂອງພັກໂດຍອີງຕາມບົດລາຍງານການພັດທະນາເສດຖະກິດສັງຄົມໃນປີ 2018 ທີ່ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໃໝທີ VIII ແຂວງສາລະວັນຕ້ອງສູ້ຊົນເຮັດໃຫ້ເສດຖະກິດ-ສັງຄົມພາຍໃນແຂວງຂະຫຍາຍຕົວໃນລະດັບ 8% ຂຶ້ນໄປ ແລະ ສ້າງມູນຄ່າເພີ້ມຕາມລະຄ່າໃນແຕ່ລະປີໃຫ້ໄດ້ປະມານ 4.801 ຕື້ກວ່າກີບ, ຫຼືສະເລ່ຍ 11 ລ້ານກວ່າກີບຕໍ່ຄົນຕໍ່ປີຫຼືເທົ່າກັບ 1.395 ໂດລາ, ໃນນັ້ນດ້ານກະສີກຳ-ປ່າໄມ້ເພີ່ມຂຶ້ນ 4% ກວມ 37,26%, ອຸດສາຫະກຳເພີ່ມຂຶ້ນ 9,5% ກວມ 24,25%, ການບໍລິການ ແລະພາສີນຳເຂົ້າເພີ່ມຂຶ້ນ 10,2% ກວມເອົາ38,49%, ສູ້ ຊົນການຈັດເກັບລາຍຮັບລວມທັງໝົດໃຫ້ໄດ້ 190,31 ຕື້ກີບ,ໃນນັ້ນລາຍຮັບພູດທ້ອງຖິ່ນ 115,11 ຕື້ກີບ ແລະປະຕິບັດລາຍຈ່າຍທັງໝົດໃຫ້ໄດ້ 395, 11 ຕື້ກີບ, ປະຕິບັດມູນຄ່າສິນຄ້າສົ່ງອອກໃຫ້ໄດ້ 417,51 ຕື້ກີບ ແລະນຳເຂົ້າໃຫ້ໄດ້ 186,81 ຕື້ກີບ, ສູ້ຊົນລະດົມເງິນພາກໃຫ້ໄດ້ 121,38 ຕື້ກີບ ແລະ ຊຸກຍູ້ການປ່ອຍສິນເຊ່ືອໃຫ້ໄດ້ 80,36 ຕື້ກີບ.

  ໃນເມືອເສດຖະກິດຈະຂະຫຍາຍຕົວໄດ້ຄືແນວນັ້ນແຂວງສາລະວັນຕ້ອງເອົາໃຈໃສ່ຄື: ສືບຕໍ່ຮັບປະກັນໃຫ້ທົ່ວແຂວງ ແລະສັງຄົມມີສະຖຽນລະພາບທາງດ້ານ ການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເປັນພື້ນຖານແກ່ການພັດທະນາ, ຮັກສາຄວາມໝັ້ນທ່ຽງເຂັ້ມແຂງ ແລະ ຍືນຍົງຂອງການເຕີບ ໂຕຂອງເສດຖະກິດ, ພັດທະນາຊັບພະຍາກອນມະນຸດໂດຍສຸມໃສ່ການສຶກສາ, ສາທາ, ດ້ານການພັດທະນາສີມືແຮງງານ ແລະສະຫວັດດີການສັງຄົມເພື່ອເປັນປັດໄຈຕົ້ນຕໍຂອງການບຸກທະລຸ, ສົ່ງເສີມການຜະລິດເປັນສິນຄ້າ ແລະການສົ່ງອອກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໄດ້ເຂົ້າເຖິງສິນເຊື່ອສະດວກວ່ອງໄວ, ປັບປຸງກົນໄກ້ການຄຸ້ມຄອງ ແລະ ບໍລິຫານດ້ວຍກົດໝາຍໃຫ້ສັກສິດ, ເປັນລະບົບ, ສະດວກວ່ອງໄວ, ໂປ່ງໃສ, ຍຸຕິ ທຳ ແລະມີປະສິດທິຜົນສູງ, ພ້ອມທັງປົກປັກຮັກສາສ່ິງແວດລ້ອມ ແລະປະຕິບັດນະໂຍບາຍຕ່າງໆຕາມແນວທາງຂອງພັກ.

  ສຳລັບໃນປີ 2018 ຜ່ານມາແຂວງສາລະວັນກໍ່ໄດ້ເອົາໃຈໃສ່ຊີ້ນຳໆພາຢ່າງໃກ້ຊິດຕິດແທດກັບທຸກດ້ານເພື່ອເຮັດໃຫ້ຕົວເລກຄາດໝາຍຕ່າງໆບັນລຸຕາມແຜນທີ່ວາງໄວ້, ເຖິງຈະມີຂໍ້ຫຍຸ້ງຍາກ ແລະສ່ິງທ້າທາຍຫຼາຍດ້ານບັນດາຂະແໜງການ ແລະເມືອງກໍ່ໄດ້ເອົາໃຈໃສ່ມີຄວາມພະຍາຍາມຢ່າງສູງໃນການຈັດເກັບລາຍຮັບເຂົ້າງົບປະມານເຊິ່ງໃນປີນີ້ການຂະຫຍາຍຕົວຂອງເສດຖະກິດກໍ່ແມ່ນຢູ່ໃນລະດັບ 7,67% ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4.082 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 9 ລ້ານກວ່າກີບຫຼືເທົ່າກັບ 1.143 ໂດລາ, ໃນນັ້ນກະສີກຳ-ປ່າໄມ້ກວມເອົາ 41,30% ເພີ່ມຂຶ້ນ 4,80%, ອຸດສາຫະກຳກວມເອົາ 21,53% ເພີ່ມຂຶ້ນ 8,24% ແລະການບໍລິການກວມເອົາ 37,17% ເພີ່ມຂຶ້ນ 10%, ມູນຄ່າສົ່ງອອກສິນຄ້າປະຕິບັດໄດ້ 435, 17 ຕື້ກີບ, ປະຕິບັດໄດ້ເກີນແຜນ 50% (ຕາມແຜນ 271,35 ຕື້ບ) ມູນຄ່າການນຳເຂົ້າປະຕິບັດໄດ້ 140,13 ຕື້ກີບ ເທົ່າກັບ 78,76%, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 189,85 ຕື້ກີບ ເທົ່າກັບ 92,67% ຂອງແຜນການປີ, ຖ້າທຽບໃສ່ແຜນດັດແກ້ລາຍຮັບງົບປະມານປະຕິບັດໄດ້ 87,31% ທຽບໃສ່ປີຜ່ານມາເທົ່າກັບ 110,29%, ໃນັ້ນລາຍຮັບພູດສູນກາງປະຕິບັດໄດ້ 53,53 ຕື້ກີບ ເທົ່າກັບ 82,44%, ລາຍຮັບພູດທ້ອງຖິ່ນປະຕິ ບັດໄດ້ 136,32 ຕື້ກີບເທົ່າກັບ 97,42% ຂອງແຜນປີ ແລະລາຍຈ່າຍປະຕິບັດໄດ້ 444,50 ຕື້ກີບເທົ່າກັບ 100,85% ຂອງແຜນປີ, ຖ້າທຽບໃສ່ລາຍ ຈ່າຍດັດແກ້ເທົ່າກັບ 95,82% ແລະ ທຽບໃສ່ປີຜ່ານມາເທົ່າກັບ 102,13%.