ບໍລິຄຳໄຊ ສຳເລັດການຍົກລະດັບວຽກໂຄສະນາຂ່າວສານສຶກສາ

  ພະແນກສຶກສາທິການ ແລະກີລາແຂວງບໍລິຄຳໄຊ ຫຼື ສກຂ ບໍລິຄຳໄຊສຳເລັດກອງປະຊຸມຝຶກອົບຮົມວຽກງານໂຄສະນາຂ່າວສານການສຶກສາ ແລະກີລາໃຫ້ຜູ້ ຮັບຜິດຊອບວຽກງານໂຄສະນາຂ່າວສານຂັ້ນແຂວງ,ຂັ້ນເມືອງ ແລະໂຮງຮຽນມັດທະຍົມສຶກສາບ້ານ 3 ສ້າງທົ່ວແຂວງຄັ້ງທີ I ປະຈຳປີ 2019 ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ຜູ້ຮັບຜິດຊອບ ແລະສ້າງເຄືອຂ່າຍຕາໜ່າງວຽກງານໂຄສະນາຂ່າວສານການສຶກສາ ແລະກີລາໃຫ້ກວ້າງຂວາງທົ່ວເຖິງນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ພິທີປິດກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ພະຈິກຜ່ານມາຫຼັງດຳເນີນມາເປັນເວລາ 2 ວັນລະຫວ່າງວັນທີ 12-13 ພະຈິກ 2019 ທີ່ຫ້ອງປະຊຸມພະແນກ ສກຂ ບໍລິຄຳໄຊ,ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບໃບຢັ້ງຢືນຂອງທ່ານ ວຽງທອງພົນທະຈັກຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງບໍລິຄຳໄຊ, ທ່ານ ດາວຫວຽດ ສີສົມໄຊ ຮັກສາການຫົວໜ້າຂະແໜງວາລະສານ-ໜັງສືພິມແລະທ່ານຈັນທະຄາດອິນທະດາລິນຮັກສາການຮອງຫົວໜ້າຂະແໜງວາລະສານ-ໜັງສືພິມສູນໂຄສະນາຂ່າວສານການສຶກສາ ແລະກີລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາກະຊວງສຶກສາທິການ ແລະກີລາທັງເປັນວິທະຍາກອນພ້ອມດ້ວຍຄະນະຮັບຜິດຊອບຈັດກອງ ປະຊຸມ ແລະສຳມະນາກອນທີ່ມາຈາກຂັ້ນແຂວງ,ຂັ້ນເມືອງ ແລະໂຮງຮຽນມັດທະຍົມສຶກສາບ້ານ 3 ສ້າງ ທົ່ວແຂວງ.

ທ່ານ ວຽງທອງ ພົນທະຈັກ  ກ່າວວ່າ: ເພື່ອປະຕິບັດຕາມແຜນພັດທະນາການສຶກສາ ແລະກີລາ 5 ປີ ຄັ້ງທີ VIII (2016-2020) ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IVຂອງແຂວງ (2016-2020), ວິໄສທັດການ ພັດທະນາການສຶກສາ ແລະກີລາຮອດປີ 2030, ຍຸດທະສາດຮອດປີ 2025, ຍຸດທະສາດຂອງສູນໂຄສະນາຂ່າວສານການສຶກສາ ແລະກີລາແຕ່ປີ 2016-2020 ໃນການສ້າງຄວາມເຂັ້ມແຂງວຽກງານໂຄສະນາຂ່າວສານເພື່ອເປັນເຄື່ອງມືໃນການເຜີຍແຜ່ແນວທາງນະໂຍບາຍ ແລະແຜນຍຸດທະສາດການພັດທະນາຕ່າງໆ ໃນຂົງເຂດການສຶກສາ ແລະກີລາ ແລະແຜນພັດທະນາການສຶກສາ ແລະກີລາປະຈໍາສົກຮຽນ 2019-2020 ຂອງພະແນກສຶກສາທິການແລະ ກີລາແຂວງ ທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຕໍ່ໜ້າດ້ວຍຄວາມຮັບ ຜິດຊອບສູງເພື່ອບັນລຸບັນດາຕົວເລກຄາດໝາຍຕ່າງໆທີ່ໄດ້ວາງ ອອກ.

ກອງປະຊຸມຝຶກອົບຮົມວຽກງານໂຄສະນາຂ່າວສານຄັ້ງນີ້ຖືເປັນເທື່ອທໍາອິດທີ່ພະແນກສຶກສາທິການ ແລະກີລາແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນ ແລະຫວັງວ່າທຸກທ່ານ ຈະນໍາເອົາຄວາມຮູ້ທີ່ຜ່ານການຝຶກອົບຮົມຄັ້ງນີ້ໄປນໍາໄປຈັດຕັ້ງປະຕິ ບັດໃຫ້ເກີດດອກອອກຜົນທີ່ສຸດແລະສຳເລັດໃນທີ່ໜ້າທີ່ທີ່ໄດ້ຮັບການມອບໝາຍທຸກປະການ.

-----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ