ສະມາຄົມຮ້ານອາຫານ ນວ ມອບເຄື່ອງນຸ່ງກີລາ ໃຫ້ສື່ມວນຊົນສາຍກີລາ

  ສະມາຄົມຮ້ານອາຫານນະຄອນຫຼວງວຽງຈັນ(ນວ)ພາຍໃຕ້ການສະໜັບສະໜູນຂອງບໍລິສັດເບຍລາວຈຳກັດໄດ້ຊຸກຍູ້ເຄື່ອງນຸ່ງກີລາຈຳນວນ 20 ຊຸດໃຫ້ແກ່ກຸ່ມສື່ມວນຊົນສາຍກີລາລາວໄດ້ມີຄວາມສະດວກໃນການເຄື່ອນໄຫວຫຼິ້ນກີລາຮ່ວມກັບບັນດາພາກສ່ວນທັງພາກລັດ ແລະເອກະຊົນສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດກໍຄືສະຫຼອງວັນຊາດທີ 2 ທັນວາຄົບຮອບ 44 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ອີກດ້ານໜຶ່ງກໍຍັງເປັນການສົ່ງເສີມໃຫ້ທີມນັກຂ່າວໄດ້ມີສຸຂະພາບແຂງແຮງເປັນກະບອກສຽງສຳຄັນຄຽງຄູ່ກັບສັງຄົມ ລາວກໍຄືນຳສະເໜີຂ່າວສານຕ່າງໆ ໃຫ້ສັງຄົມໄດ້ຮຽນຮູ້.

ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ມີຂຶ້ນໃນວັນທີ 13 ພະຈິກຜ່ານມາທີ່ສະໜາມກີລາເຈົ້າອານຸວົງນະຄອນຫຼວງວຽງຈັນ ຕາງໜ້າມອບ ໂດຍທ່ານ ສຸລະສິດພາບມີໄຊຜູ້ຈັດການໂປໂມຊັ່ນ ແລະສົ່ງເສີມການຂາຍໃນຮ້ານຄ້າບໍລິສັດເບຍລາວ ຈຳກັດ ແລະຕາງໜ້າຮັບແມ່ນ ທ່ານ ສີພອນ ຈັນທະດາລາ ຮອງປະທານກຸ່ມສື່ມວນຊົນສາຍກີລາ ລາວ,ມີທ່ານ ພູວົງ ອິນທະວົງສາປະທານສະມາຄົມຮ້ານອາຫານນະຄອນຫຼວງວຽງຈັນ ແລະ ທ່ານ ພຸດດາມອນ ຈັນທະລາສີ ພິທີກອນຊື່ດັງຈາກສະຖານີລາວສະຕ້າ ທັງເປັນຫົວໜ້າທີມສື່ມວນຊົນສາຍກີລາລາວພ້ອມດ້ວຍບັນດາສະມາຊິກຂອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ. 

ໃນພິທີດັ່ງກ່າວກໍຍັງໄດ້ມີການແຂ່ງຂັນກີລາເຕະບານນັດພິເສດມິດຕະພາບຜ່ານການແຂ່ງຂັນຜົນປະກົດວ່າ: ສະມາຄົມຮ້ານອາຫານນະຄອນຫຼວງວຽງຈັນ-ເບຍ ລາວ ເປັນຝ່າຍເອົາຊະນະທີມສື່ມວນຊົນສາຍກີລາລາວ ໄປແບບສຸດມ່ວນ 6-4 ປະຕູ.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ